ກະຊວງພາຍໃນກຳປູເຈຍ ອອກແຈ້ງການປົກປັກ ຮັກສາຄວາມສະຫງົບ ປອດໄພ

ກະຊວງພາຍໃນກຳປູເຈຍ ອອກແຈ້ງການປົກປັກ ຮັກສາຄວາມສະຫງົບ ປອດໄພ  - ảnh 1

 (ພາບ: vov.vn )

 (vovworld)- ​​ ວັນ​ທີ 19/9,  ​​ ທ່ານ So kheng ຮ​ອງນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ພາຍ​ໃນ​ກຳປູ​ເຈຍ ​ໄດ້​ອອກ​ແຈ້ງ​ການ​ສົ່ງ​ເຖິງ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ທັງ​ໝົດ ຮຽກຮ້ອງ​ໃຫ້ການ​ໂຄສະນາ​ສຶກສາ​ໃຫ້ ປຊຊ ກ່ຽວ​ກັບ​ສະພາບຄວາມ​ສະຫງົບ​ປອດ​ໄພດ້ານການ​ເມືອງຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ຜ່ານ​ມາ ​ເພື່ອ​ແນ​ໃສ່​ຮັບປະກັນຄວາມ​ສະຫງົບ​ປອດ​ໄພ  ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ​ທີ່​ຈະ​ມາ​ເຖິງ​ຂອງ​ລັດຖະບານ. ​ແຈ້ງ​ການ​ໄດ້​ຊີ້​ແຈງ​ວ່າ: ບັນດາ​ບັນຫາ​ຟ້ອງ​ຮ້ອງ​ຫຼັງ​ການ​ເລືອກ​ຕັ້ງ​ໄດ້​ຮັບ​ການ​ແກ້​ໄຂ​ແລ້ວ, ການ​ນຳ​ຂັ້ນສູງ​ສອງ​ພັກ​ໄດ້​ຮັບ​ການ​ເລືອກ​ຕັ້ງພວມ​ສືບ​ຕໍ່​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ. ສະພາ​ແຫ່ງ​ຊາດ​ອາຍຸ​ການ​ທີ 5 ຈະ​ຈັດ​ວາລະ​ປະຊຸມ​ຄັ້ງປະຖົມ​ລະ​ເລິກ​​ໃນ​ວັນ​ທີ 23/9 ຈະ​ມາ​ເຖິງ. ການ​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ພັກ​ກູ້​ຊາດ CNRP ຫວ່າງ​ແລ້ວ​ນີ້​ແມ່ນ​ພິດ​ກົດໝາຍ, ກໍ່​ຜົນ​ສະທ້ອນ​ເຖິງ​ຄວາມ​ເປັນ​ລະບຽບຮຽບຮ້ອຍ, ທຳລາຍ​ຊັບ​ສິນ​ຂອງ​ລັດ ​ແລະ ປຊຊ, ​ເຮັດ​ໃຫ້ 1 ຄົນເສຍ​ຊີວິດ ​ແລະ ອີກ​ຫຼາຍ​ຄົນ​ຖືກ​ບາດ​ເຈັບ. ​ແຈ້ງ​ການ​ກໍ່​ຮຽກຮ້ອງ​ໃຫ້ ປຊຊ ຈົ່ງປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​, ບັນດາ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ຕ້ອງມີ​ມາດ​ຕະການ​ປາບ​ປາມ​ບັນດາ​ການ​ເຄື່ອນ​ໄຫວ​ມີ​ລັກສະນະ​ຊຸກຍູ້​ການ​ຈະລາ​ຈົນ, ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບທາງ​ສັງຄົມ​ຢ່າງ​ທັນ​ການ.

 

 

ຂ່າວ/ບົດ​ອື່ນ