ກະຊວງ​ສຶກ​ສາ ແລະ ກໍ່​ສ້າງ ຫວຽດ​ນາມ ຮັບ​ຕຳ​ແໜ່ງ​ປະ​ທານການ​ສຶກ​ສາ ອາ​ຊຽນ ອາ​ຍຸ​ການ 2022 – 2023

(VOVWORLD) -    ພິທີມອບ - ຮັບຕຳແໜ່ງປະທານການສຶກສາ ອາຊຽນ ອາຍຸການ 2022 – 2023 ຂອງກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຈາກລັດຖະມົນຕີກະຊວງສຶກສາ ຟີລິບປິນ ໄດ້ຈັດຂຶ້ນແບບທາງໄກໃນຕອນບ່າຍວັນທີ 16 ມີນາ.
ກະຊວງ​ສຶກ​ສາ ແລະ ກໍ່​ສ້າງ ຫວຽດ​ນາມ ຮັບ​ຕຳ​ແໜ່ງ​ປະ​ທານການ​ສຶກ​ສາ ອາ​ຊຽນ ອາ​ຍຸ​ການ 2022 – 2023 - ảnh 1ທ່ານລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຫງວຽນກິມເຊີນ (ພາບ: Thu Hang)

ໃນບົດກ່າວປາໄສທີ່ພິທີມອບ - ຮັບຕຳແໜ່ງປະທານການສຶກສາ ອາຊຽນ ອາຍຸການ 2022 – 2023 ຢູ່ສະຖານທີ່ເຊື່ອມຕໍ່ ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ແບ່ງປັນຄວາມເປັນກຽດທີ່ໄດ້ຮັບຕຳແໜ່ງດັ່ງກ່າວ. ທ່ານລັດຖະມົນຕີ ຫງວຽນກິມເຊີນ ກໍສະແດງຄວາມປາດຖະໜາຢາກໄດ້ຮັບການສະໜັບສະໜູນ ແລະ ການຊ່ວຍເຫຼືອຈາກບັນດາປະເທດສະມາຊິກ ອາຊຽນ ແລະ ຄູ່ຮ່ວມມືໃນອາຍຸການນີ້, ເພາະວ່າການສຶກສາຕ້ອງອີງໃສ່ຫຼັກການຮ່ວມມື, ຮ່ວມງານ ແລະ ສາມັກຄີ.

        ໃນບົດກ່າວປາໄສທີ່ພິທີ, ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ໄດ້ເນັ້ນໜັກເຖິງການຮ່ວມມືດ້ານການສຶກສາໃນ ອາຊຽນ, ພິເສດແມ່ນໜ້າທີ່ສ້າງລະບົບສຶກສາຄືນໃໝ່ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງຫຼາຍກວ່າ, ຈະໄດ້ຮັບບູລິມະສິດໃນການຊຸກຍູ້ ແລະ ເພີ່ມທະວີພາຍໃຕ້ການນຳພາຂອງກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ