ກະຊວງສຶກສາ-ບຳລຸງສ້າງຍ້ອງຍໍຊົມເຊີຍນັກຮຽນຊັ້ນມັດທະຍົມຕອນປາຍທີ່ຍາດໄດ້ລາງວັນ Olympic

(VOVWORLD) - ປີ 2018, ຫວຽດນາມ ມີ 7 ຄະນະນັກຮຽນມັດທະຍົມຕອນປາຍເຂົ້າຮ່ວມບັນດາການສອບເສັງ Olympic ຢູ່ພາກພື້ນ ແລະ ສາກົນ, ດ້ວຍຈຳນວນນັກຮຽນເຂົ້າຮ່ວມການສອບເສັງທັງໝົດ 38 ເທື່ອຄົນ. 
ກະຊວງສຶກສາ-ບຳລຸງສ້າງຍ້ອງຍໍຊົມເຊີຍນັກຮຽນຊັ້ນມັດທະຍົມຕອນປາຍທີ່ຍາດໄດ້ລາງວັນ Olympic - ảnh 1ພິທີຍ້ອງຍໍຊົມເຊີຍ

ໝາກຜົນແມ່ນນັກຮຽນ ທັງ 38 ເທື່ອຄົນນັ້ນ ລ້ວນແຕ່ຄວ້າໄດ້ຫຼຽນ, ລວມມີຫຼຽນຄຳ 13 ຫຼຽນ, ຫຼຽນເງິນ 14 ຫຼຽນ ແລະ ຫຼຽນທອງ 11 ຫຼຽນ.

       ຮັບຮູ້ຜົນງານເຊິ່ງນັກຮຽນເຂົ້າຮ່ວມການສອບເສັງ ບັນລຸໄດ້, ທີ່ພິທີຍ້ອງຍໍຊົມເຊີຍນັກຮຽນມັດທະຍົມຕອນປາຍຄວ້າໄດ້ຫຼຽນ Olympic, ວິທະຍາສາດ ແລະ ເຕັກນິກສາກົນປີ 2018 ຊຶ່ງໄດ້ດຳເນີນໃນຕອນຄ່ຳວັນທີ 19 ຕຸລາ, ລັດ, ລັດຖະບານ ຫວຽດນາມ ແລະ ບັນດາກະຊວງ, ຂະແໜງການໄດ້ມອບໃບຍ້ອງຍໍ ແລະ ບັນດາລາງວັນໃຫ້ແກ່ບັນດານັກຮຽນເຫຼົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ