ກະຊວງສຶກສາແລະບຳລຸງສ້າງພົບປະສັງສັນກັບຄູອາຈານດີເດັ່ນທີ່ເຮັກວຽກຢູ່ເມືອງຕາແສງເກາະ

ກະຊວງສຶກສາແລະບຳລຸງສ້າງພົບປະສັງສັນກັບຄູອາຈານດີເດັ່ນທີ່ເຮັກວຽກຢູ່ເມືອງຕາແສງເກາະ - ảnh 1
ກະຊວງສຶກສາແລະບຳລຸງສ້າງພົບປະສັງສັນກັບ
ຄູອາຈານດີເດັ່ນທີ່ເຮັກວຽກຢູ່ເມືອງຕາແສງເກາະ
(ພາບ: ຊວນເຈື່ອງ)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 13/11 ຢູ່​ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບ​ຄູ​ອາຈານ​ດີ​ເດັ່ນ 42 ຄົນ​ທີ່​ພວມ​ເຮັດ​ວຽກ​ຢູ່​ບັນດາ​ເມືອງ​ເກາະ, ຕາ​ແສງ​ເກາະ ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ຄູ​ອາ​ຈານ ຫວຽດນາມ 20/11. ນີ້​ແມ່ນ​ບັນດາ​ຄູ​ອາຈານ​ດີ​ເດັ່ນ​ທີ່ພວມ​ເຮັດ​ວຽກ​ຢູ່​ບັນດາ​ໂຮງຮຽນ​ໃນ​ເມືອງ​ເກາະ ​ແລະ ບັນດາ​ຫົວໜ່ວຍ​ບໍລິຫານ​ຂັ້ນ​ເມືອງ​ທີ່ມີ​ຕາ​ແສງ​ເກາະ, ​ເຊິ່ງ​ໄດ້​ປະກອບສ່ວນ​ຫລາຍ​ຢ່າງ​ໃນ​ການ​ສຶກສານັກຮຽນ, ມີ​ນ້ຳ​ໃຈ​ອົດທົນຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສຸດ​ຈ​ິດສຸດ​ໃຈ​ຕໍ່​ພາລະກິດ​ສຶກສາ​ ​ແລະ ໄດ້​ຮັບ​ຄວາມ​ຮັກ​ແພງ​ຈາກ​ນັກຮຽນ, ພໍ່​ແມ່​ຂອງ​ນັກຮຽນ ​ແລະ ທົ່ວສັງຄົມ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສັງ​ສັນ, ທ່ານ ຟຸງຊວນ​ຍະ ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຖື​ວ່າ:

        “ຂ້າພະ​ເຈົ້າ​ຂໍ​ອວຍພອນບັນດາ​ຄູ​ອາ​ຈານ​ທີ່​ບັນລຸ​ໄດ້ຜົນ​ງານ​ຫລາຍ​ຢ່າງ ບໍ່​ພຽງ​ແຕ່​ໃນ​ການ​ສອນ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ແບບຢ່າງ, ​ເປັນສັນຍາ​ລັກຢູ່​ບັນດາເຂດ​ຫຍຸ້ງ​ຍາກທີ່​ສຸດ​ໃຫ້​ບັນດາ​ຄູ​ອາຈາ​ນ, ​ເພື່ອນ​ຮ່ວມ​ອາຊີບ​ຂອງ​ທົ່ວ​ຂະ​ແໜງອີກດ້ວຍ. ​ໃນ​ບັນດາ​ຂໍ້​ສະ​ເໜີ​ບັນດາ​ຄູ​ອາຈານ, ຂ້າພະ​ເຈົ້າ​ຈະ​ສົມທົບ​ກັບ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ, ສູນ​ກາງ​ສະມາຄົມ​ຊາວ​ໜຸ່ມ ຫວຽດນາມ ​​ເພື່ອ​ມີນະ​ໂຍບາຍ​ທີ່​ມີ​ປະສິດທິ​ຜົນ, ​ແທດ​ຈິງ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ບັນດາ​ຄູ​ອາຈານ​. ນັ້ນ​ແມ່ນ​ຄວາມ​ຮັບ​ຮູ້, ການຕອບ​ບູນ​ແທນ​ຄູນ​ຕໍ່ບັນດາ​ຄູ​ອາຈານ​ຢ່າງ​ມີ​ປະສິດທິ​ຜົນ​ສູງ​ສຸດ.”

ຂ່າວ/ບົດ​ອື່ນ