ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ​ປະ​ກ​າດ​ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid - 19 ​ໃໝ່​ຕື່ມ​ອີກ 6 ຄົນ

(VOVWORLD) -ໃນເວລາ 6 ໂມງຂອງວັນທີ 1 ເມສາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ປະກາດວ່າ ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid - 19 ຄົນໃໝ່ຕື່ມອີກ, ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດ Covid- 19 ຢູ່ ຫວຽດນາມ ຂຶ້ນເປັນ 212 ຄົນ.
ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ​ປະ​ກ​າດ​ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid - 19 ​ໃໝ່​ຕື່ມ​ອີກ 6 ຄົນ - ảnh 1ຈັດຕັ້ງການກວດຫາເຊື້ອໄວຣັດ SARS - CoV - 2 ໄວຢູ່ຮ່າໂນ້ຍ (ພາບ: TTXVN) 

ໃນຈຳນວນຄົນເຈັບດັ່ງກ່າວ, ມີຄົນໜຶ່ງແມ່ນພະນັກງານ ຂອງບໍລິສັດຈຳກັດ ເຈືອງຊິງ ເຊິ່ງເປັນໜ່ວຍງານສະໜອງການບໍລິການໃຫ້ແກ່ໂຮງໝໍແບັກມາຍ, 3 ຄົນແມ່ນໄດ້ເຂົ້າເມືອງຫວຽດນາມມາຈາກປະເທດໄທ, ອາເມລິກາ, ລັດເຊຍ, ສ່ວນຄົນເຈັບທີ່ຍັງເຫຼືອແມ່ນຊາວຫວຽດນາມຢູ່ພາຍໃນປະເທດ ຖືກຕິດແປດໃສ່ກັນ. ຄົນເຈັບທັງໝົດເຫຼົ່ານັ້ນ ລ້ວນແຕ່ໄດ້ຮັບການແຍກຕົວປິ່ນປົວຢູ່ຕ່າງຫາກ ແລະ ມີສຸຂະພາບທີ່ເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ