ກະຊວງສາທາລະນະສຸກ ຫວຽດນາມ ສືບຕໍ່ເພີ່ມທະວີກຳລັງຄວາມສາມາດວິໄຈຫາເຊື້ອໂຄວິດ-19

(VOVWORLD) - ທີ່ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ຕອນເຊົ້າວັນທີ 18 ສິງຫາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ຜູ້ຕາງໜ້າກະຊວງສາທາລະນະສຸກໃຫ້ຮູ້ວ່າ ບ່ອນແຜ່ລະບາດໂຄວິດ-19 ຢູ່ ດ່າໜັງ, ກ໋ວາງນາມ ພວມໄດ້ຮັບການຄວບຄຸມເທື່ອລະກ້າວ, ຈຳກັດໄດ້ການແຜ່ລະບາດອອກສູ່ຊຸມຊົມ.
ກະຊວງສາທາລະນະສຸກ ຫວຽດນາມ ສືບຕໍ່ເພີ່ມທະວີກຳລັງຄວາມສາມາດວິໄຈຫາເຊື້ອໂຄວິດ-19 - ảnh 1 ທ່ານ ຫງວຽນແທງລອງ ຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ  (ພາບ: TTXVN)

ຈຳນວນກໍລະນີຕິດເຊື້ອໃໝ່ໄດ້ຫລຸດລົງໃນຊຸມວັນມໍ່ໆມານີ້. ເຖິງຢ່າງໃດກໍ່ຕາມ, ບ່ອນແຜ່ລະບາດຢູ່ແຂວງ ຫາຍເຢືອງ ແລະ ຮ່າໂນ້ຍ ຍັງມີການຜັນແປຢ່າງສັບສົນຢູ່, ຍາກທີ່ຈະຄາດຄະເນ ລ່ວງໜ້າໄດ້. ທ່ານ ຫງວຽນແທງລອງ ຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ:

        “ສຳລັບວຽກງານວິໄຈຫາເຊື້ອ, ພວກເຮົາໄດ້ເພີ່ມທະວີການວິໄຈຫາເຊື້ອດ້ວຍຈຳນວນຫລາຍ. ນັບແຕ່ວັນທີ 25 ກໍລະກົດ ເປັນຕົ້ນມາ, ຈຳນວນການວິໄຈຫາເຊື້ອແມ່ນເທົ່າກັບຍອດຈຳນວນການວິໄຈຫາເຊື້ອຂອງ 6 ເດືອນກ່ອນນີ້.

        ກະຊວງສາທາລະນະສຸກ ຫວຽດນາມ ຈະສືບຕໍ່ເພີ່ມທະວີກຳລັງຄວາມສາມາດການວິໄຈຫາເຊື້ອ, ພ້ອມທັງ ຮຽກຮ້ອງໃຫ້ປະຊາຊົນປະຕິບັດບັນດາຄຳຕັກເຕືອນຂອງຂະແໜງສາທາລະນະສຸກຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ