ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ ຫວຽດ​ນາມ ອະ​ນຸ​ມັດ​ຜ່ານ​ທົດ​ລອງການ​ສັກ​​ ວັກ​ຊິນກັັັນ​ໂຄວິດ - 19 Nanocovax ຕໍ່​ຄົນ​ໄລ​ຍະ​ທີ 3 ຢ່າງ​ເປັນ​ທາງ​ການ

(VOVWORLD) -ຢູ່ ວິທະຍາຄານເສນາຮັກ, ປັດຈຸບັນ ພວມມີຜູ້ອາສາສະໝັກກ່ວາ 6.000 ຄົນ ຈົດທະບຽນເຂົ້າຮ່ວມການທົດລອງ, ໃນນັ້ນມີ ຜູ້ໄດ້ຮັບການການກວດກາສຸຂະພາບ ທີ່ມີເງື່ອນໄຂຢ່າງຄົບຖ້ວນ ເພື່ອເຂົ້າຮ່ວມການທົດລອງ ກ່ວາ 600 ຄົນ.
ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ ຫວຽດ​ນາມ ອະ​ນຸ​ມັດ​ຜ່ານ​ທົດ​ລອງການ​ສັກ​​ ວັກ​ຊິນກັັັນ​ໂຄວິດ - 19 Nanocovax ຕໍ່​ຄົນ​ໄລ​ຍະ​ທີ 3 ຢ່າງ​ເປັນ​ທາງ​ການ - ảnh 1ພາບປະກອບ: VNExpress

ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈິ່ນວັນທວນ ຫາກໍ່ເຊັນຂໍ້ຕົກລົງອະນຸມັດຜ່ານ ແຜນຮ່າງທົດລອງສັກວັກຊິນກັນໂຄວິດ - 19 Nanocovax ຕໍ່ຄົນໄລຍະທີ 3 ຊຶ່ງເປັນວັກຊິນຂອງບໍລິສັດ Nanogen ທີ່ມີສຳນັກງານຢູ່ນະຄອນໂຮ່ຈີມິນ. ນີ້ແມ່ນວັກຊິນກັນໂຄວິດ - 19 ທຳອິດຂອງ ຫວຽດນາມ ທີ່ໄດ້ກ້າວເຂົ້າສູ່ໄລຍະທົດລອງສັກວັກຊິນຕໍ່ຄົນໄລຍະ ທີ 3 ຢ່າງເປັນທາງການ. ຕາມແຜນຮ່າງຄົ້ນຄ້ວາ, ໄລຍະທີ 3 ຈະທົດລອງການວັກວັກຊິນ Nanocovax ໃຫ້ແກ່ຜູ້ອາສາສະໝັກ ປະມານ 13.000 ຄົນ ຢູ່ຫຼາຍແຂວງ, ນະຄອນ. ຢູ່ ວິທະຍາຄານເສນາຮັກ, ປັດຈຸບັນ ພວມມີຜູ້ອາສາສະໝັກກ່ວາ 6.000 ຄົນ ຈົດທະບຽນເຂົ້າຮ່ວມການທົດລອງ, ໃນນັ້ນມີ ຜູ້ໄດ້ຮັບການການກວດກາສຸຂະພາບ ທີ່ມີເງື່ອນໄຂຢ່າງຄົບຖ້ວນ ເພື່ອເຂົ້າຮ່ວມການທົດລອງ ກ່ວາ 600 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ