ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຮັບລາງວັນສາກົນກ່ຽວກັບການຄວບຄຸມຢາສູບ

(VOVWORLD) - ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ Michael R. Bloomberg, ທູດທົ່ວໂລກຂອງອົງການອະນາໄມໂລກ (WHO) ກ່ຽວກັບບັນດາພະຍາດບໍ່ຕິດແປດ
ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຮັບລາງວັນສາກົນກ່ຽວກັບການຄວບຄຸມຢາສູບ - ảnh 1 ທ່ານນາງ ຫງວຽນທິກິມຕ໋ຽນ (ເສື້ອຍາວສີຂຽວ) ທີ່ພິທີມອບລາງວັນ

ວັນທີ 7 ມີນາ, ຢູ່ນະຄອນ Cape Town, ປະເທດ ອາບຟຣີກາ ໃຕ້, ກອງທຶນເພື່ອການກຸສົນ Bloomberg ໄດ້ເຊີດຊູ ແລະ ມອບລາງວັນທົ່ວໂລກໃຫ້ແກ່ກະຊວງສາທາລະນະສຸກ ຫວຽດນາມ ຍ້ອນມີຄວາມມານະພະຍາຍາມ ແລະ ຜົນງານໃນການຕິດຕາມກວດກາ, ຄວບຄຸມການນຳໃຊ້ຢາສູບ ແລະ ບັນດານະໂຍບາຍປ້ອງກັນ, ຕ້ານຜົນຮ້າຍຈາກຢາສູບ. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ Michael R. Bloomberg, ທູດທົ່ວໂລກຂອງອົງການອະນາໄມໂລກ (WHO) ກ່ຽວກັບບັນດາພະຍາດບໍ່ຕິດແປດ ໄດ້ອວຍພອນບັນດາປະເທດໄດ້ຮັບລາງວັນໃນຄັ້ງນີ້, ໃນນັ້ນ ມີ ຫວຽດນາມ, ຍ້ອນມີບັນດາຜົນງານພົ້ນເດັ່ນໃນການປະຕິບັດນະໂຍບາຍຕິດຕາມກວດກາ, ຄວບຄຸມສະພາບການນຳໃຊ້ຢາສູບ ແລະ ບັນດານະໂຍບາຍປ້ອງກັນ, ຕ້ານຜົນຮ້າຍຈາກຢາສູບ. ກ່າວຄຳເຫັນພາຍຫຼັງການຮັບລາງວັນ, ທ່ານນາງ ຫງວຽນທິກິມຕ໋ຽນ, ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໄດ້ຝາກຄຳຂອບໃຈ WHO, ກອງທຶນເພື່ອການກຸສົນ Bloomberg ແລະ ບັນດາອົງການພາຍໃນປະເທດ ແລະ ສາກົນ ຍາມໃດກໍ່ສະໜັບສະໜູນ ແລະ ຮ່ວມເດີນທາງພ້ອມກັບກະຊວງສາທາລະນະສຸກ ຫວຽດນາມ ໃນການເຄື່ອນໄຫວປ້ອງກັນ, ຕ້ານຜົນຮ້າຍຈາກຢາສູບເວົ້າສະເພາະ ແລະ ບັນດາພະຍາດບໍ່ຕິດແປດເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ