ກະຊວງ​ສາທາລະນະ​ສຸກ ຮັບ​ຊຸດວິ​ໄຈຫາ​ເຊື້ອ​ໄວຣັດ SARS – CoV- 2 ຈໍານວນ 50.000 ຊຸດ

(VOVWORLD) -ຕອນເຊົ້າວັນທີ 03 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກຫວຽດນາມ ໄດ້ຮັບຊຸດວິໄຈຫາເຊື້ອໄວຣັດ SARS – CoV- 2 ຈໍານວນ 50.000 ຊຸດ ຈາກບໍລິສັດຫຸ້ນສ່ວນ ຊາວຖ໊າຍເຢືອງ.
ກະຊວງ​ສາທາລະນະ​ສຸກ ຮັບ​ຊຸດວິ​ໄຈຫາ​ເຊື້ອ​ໄວຣັດ SARS – CoV- 2 ຈໍານວນ 50.000 ຊຸດ - ảnh 1ກະຊວງສາທາລະນະສຸກ ຮັບຊຸດວິໄຈຫາເຊື້ອໄວຣັດ SARS – CoV- 2 ຈໍານວນ 50.000 ຊຸດຈາກບໍລິສັດຫຸ້ນສ່ວນ ຊາວຖ໊າຍເຢືອງ (ພາບ: Vietnam+) 

        ກ່າວຄໍາເຫັນທີ່ພິທີມອບ - ຮັບ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ໂດ໊ຊວັນຕວຽນ ໃຫ້ຮູ້ວ່າ ກະຊວງສາທາລະນະສຸກ ມີຄວາມປາດຖະໜາວ່າ ບໍລິສັດ ຊາວຖ໋າຍເຢືອງ ສືບຕໍ່ຍູ້ແຮງການຜະລິດຊຸດວິໄຈຫາເຊື້ອນີ້ ເພື່ອຕອບສະໜອງຄວາມຕ້ອງການພາຍໃນ ກໍຄືສົ່ງອອກ. ກະຊວງສາທາລະນະສຸກຈະຈັດສົ່ງບັນດາຊຸດວິໄຈຫາເຊື້ອດັ່ງກ່າວໄປຍັງ 5 ຫົວໜ່ວຍທີ່ປະຕິບັດການວິໄຈກາຫາເຊື້ອໂຄວິດ -19. ໃນນັ້ນສຸມໃສ່ບັນດາແຂວງທີ່ເປັນຈຸດຮ້ອນຄື ນະຄອນດ່າໜັງ, ແຂວງກວ໋າງນາມ ແລະ ເທື່ອທຽນ - ເຫວ້.


ຕອບກັບ

ຂ່າວ/ບົດ​ອື່ນ