ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮຽກ​ຮ້ອງໃຫ້ ​ຕ້ອງກວດ​ກາ​ຢ່າງ​ເຄັ່ງ​ຄັດ​ຜູ້​ທີ່​ມາ​ຈາກ​ເຂດ​​ມີ​ກໍ​ລະ​ນີ​ຕິດ​ເຊື້ອ​ໃນ​ຊຸມ​ຊົນ

(VOVWORLD) -ວັນທີ 23 ມິຖຸນາ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ປະກາດໜັງສືທາງການ ກ່ຽວກັບການປະຕິບັດການແຍກຕົວ ສໍາລັບຜູ້ທີ່ມາຈາກເຂດທີ່ມີກໍລະນີຕິດເຊື້ອໃນຊຸມຊົນ. 
ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮຽກ​ຮ້ອງໃຫ້ ​ຕ້ອງກວດ​ກາ​ຢ່າງ​ເຄັ່ງ​ຄັດ​ຜູ້​ທີ່​ມາ​ຈາກ​ເຂດ​​ມີ​ກໍ​ລະ​ນີ​ຕິດ​ເຊື້ອ​ໃນ​ຊຸມ​ຊົນ - ảnh 1ບຸກຄົນທີ່ມາຈາກແຂວງ, ນະຄອນ ທີ່ມີກໍລະນີຕິດເຊື້ອໂຄວິດ - 19 ໃນຊຸມຊົນ ຕ້ອງແຈ້ງອາການສຸຂະພາບໃຫ້ຖືກຕ້ອງຕາມຄວາມຈິງ (ພາບ: TTXVN)

  ກະຊວງສາທາລະນະສຸກ ສະເໜີໃຫ້ປະທານຄະນະກຳມະການປະຊາຊົນ ແຂວງຕ່າງໆ ຊີ້ນຳປະຕິບັດບັນດາມາດຕະການກວດກາຢ່າງເຄັ່ງຄັດຜູ້ທີ່ມາຈາກເຂດມີກໍລະນີຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ ໃຫ້ຖືກຕ້ອງຕາມຂໍ້ກຳນົດຂອງ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ກະຊວງສາທາລະນະສຸກ.

        ຕາມນັ້ນແລ້ວ, ບຸກຄົນທີ່ມາຈາກແຂວງ, ນະຄອນ ທີ່ມີກໍລະນີຕິດເຊື້ອໂຄວິດ - 19 ໃນຊຸມຊົນ ຕ້ອງແຈ້ງອາການສຸຂະພາບໃຫ້ຖືກຕ້ອງຕາມຄວາມຈິງ ແລະ ຕ້ອງມີຄວາມຮັບຜິດຊອບຕໍ່ຂໍ້ມູນເຫຼົ່ານັ້ນ. ປະຕິບັດການແຍກຕົວສຳລັບຜູ້ມີການສຳຜັດໂດຍກົງກັບຜູ້ຕິດເຊື້ອພະຍາດໂຄວິດ - 19 (F1) ຫຼື ກໍລະນີ F2 – ຜູ້ທີ່ມີການສຳຜັດກັບຜູ້ F1. ສຳລັບກໍລະນີທີ່ມາຈາກເຂດມີຜູ້ຕິດເຊື້ອໃນຊຸມຊົນ ກໍຕ້ອງປະຕິບັດການຕິດຕາມອາການສຸຂະພາບ ແລະ ຮຽກຮ້ອງໃຫ້ຈຳກັດການສຳຜັດກັບຜູ້ອ້ອມຂ້າງ, ບໍ່ເຂົ້າຮ່ວມກິດຈະກຳທີ່ເຕົ້າໂຮມກັນຫຼາຍຄົນ ໃນຮອບເວລາ 14 ວັນ. 

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮຽກ​ຮ້ອງໃຫ້ ​ຕ້ອງກວດ​ກາ​ຢ່າງ​ເຄັ່ງ​ຄັດ​ຜູ້​ທີ່​ມາ​ຈາກ​ເຂດ​​ມີ​ກໍ​ລະ​ນີ​ຕິດ​ເຊື້ອ​ໃນ​ຊຸມ​ຊົນ - ảnh 2ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຮັດວຽກກັບການນຳແຂວງ ດົ່ງນາຍ

ໃນຕອນເຊົ້າວັນທີ 24 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ເຮັດວຽກກັບການນຳແຂວງ ດົ່ງນາຍກ່ຽວກັບມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຜ່ານທາງອອນລາຍ. 

ຕອບກັບ

ຂ່າວ/ບົດ​ອື່ນ