ກະຊວງສາທາລະນະສຸກຈັດກອງປະຊຸມຕັດສິນໃຈທົດລອງວັກຊິນກັນໂຄວິດ-19

(VOVWORLD) - ກະຊວງສາທາລະນະສຸກ ຫວຽດນາມ ຄາດຄະເນວ່າ ຈະສົມທົບກັບ 3 ປະເທດ ບັງກະລາເທດ, ອິນເດຍ ແລະ ອິນໂດເນເຊຍ ເພື່ອທົດລອງໄລຍະ 3 ຂອງວັກຊິນດັ່ງກ່າວ ຍ້ອນວ່າແມ່ນບັນດາປະເທດມີໂລກລະບາດໂຄວິດ-19 ແຜ່ລະບາດຢ່າງຮ້າຍແຮງໃນຊຸມຊົນ.
ກະຊວງສາທາລະນະສຸກຈັດກອງປະຊຸມຕັດສິນໃຈທົດລອງວັກຊິນກັນໂຄວິດ-19 - ảnh 1 (ພາບປະກອບ)

  ວັນທີ 09 ທັນວາ, ສະພາຄຸນສົມບັດການແພດຂອງກະຊວງສາທາລະນະສຸກຫວຽດນາມ ຈະຈັດກອງປະຊຸມຄັ້ງສຸດທ້າຍ ເພື່ອພິຈາລະນາ, ອະນຸມັດຜ່ານການທົດລອງວັກຊິນກັນໂຄວິດ-19 ໃສ່ຄົນ ຢູ່ຫວຽດນາມ ໃນວັນທີ  17 ທັນວາ ຈະມາເຖິງ. ວັກຊິນກັນໂຄວິດ-19 ຂອງບໍລິສັດ Nanogen ມີຊື່ວ່າ Nanocovac. ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທ່ງລອງ ໃຫ້ຮູ້ວ່າ:

        “ໃນໄລຍະ 1 ແລະ ໄລຍະ 2, ວິທະຍາຄານເສນາຮັກຈະທົດລອງໃສ່ນັກສຶກສາ ເຊິ່ງພວກຂ້າພະເຈົ້າໄດ້ຮຽກຮ້ອງເຂົ້າຮ່ວມແມ່ນບັນດານັກສຶກສາສະໝັກໃຈ. 2 ໄລຍະດັ່ງກ່າວ ຕົ້ນຕໍແມ່ນທົດລອງລັກສະນະຄວາມປອດໄພ.

        ໃນໄລຍະ 1 ຈະດຳເນີນການທົດລອງວັກຊິນກັນໂຄວິດ-19 ໃສ່ຄົນ. ໄລຍະ 2 ຄາດວ່າຈະດຳເນີນໃນເດືອນ ມີນາ 2021 ດ້ວຍຈຳນວນຜູ້ເຂົ້າຮ່ວມທົດລອງຕ່ຳສຸດແມ່ນ 400 ຄົນ. ບົນພື້ນຖານໝາກຜົນຂອງໄລຍະ 2, ຫົວໜ່ວຍທີ່ກ່ຽວຂ້ອງຈະດຳເນີນໄລຍະ 3. ກະຊວງສາທາລະນະສຸກ ຫວຽດນາມ ຄາດຄະເນວ່າ ຈະສົມທົບກັບ 3 ປະເທດ ບັງກະລາເທດ, ອິນເດຍ ແລະ ອິນໂດເນເຊຍ ເພື່ອທົດລອງໄລຍະ 3 ຂອງວັກຊິນດັ່ງກ່າວ ຍ້ອນວ່າແມ່ນບັນດາປະເທດມີໂລກລະບາດໂຄວິດ-19 ແຜ່ລະບາດຢ່າງຮ້າຍແຮງໃນຊຸມຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ