ກະຊວງສາທາລະນະສຸກປຸກລະດົມບັ້ນເຄື່ອນໄຫວປ້ອງກັນ,ຕ້ານໂລກພະຍາດໂດຍໄວຣັດZikaແລະໄຂ້ເລືອດອອກກໍ່ຂຶ້ນ

ກະຊວງສາທາລະນະສຸກປຸກລະດົມບັ້ນເຄື່ອນໄຫວປ້ອງກັນ,ຕ້ານໂລກພະຍາດໂດຍໄວຣັດZikaແລະໄຂ້ເລືອດອອກກໍ່ຂຶ້ນ - ảnh 1
ທ່ານນາງລັດຖະມົນຕີວ່າການກະຊວງສາທາລະນະສຸກ ຫງວຽນທິກິມຕ໋ຽນ (ເຊື້ອຂຽວ) ທີ່ພິທີ
(ພາບ: danviet.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 5/3, ຢູ່​ນະຄອນ ​ໂຮ່ຈີ​ມິນ, ກະຊວງ​ສາທາລະນະ​ສຸກ  ສົມທົບ​ກັບຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ປຸກລະດົມ​ບັ້ນ​ເຄື່ອນ​ໄຫວ “ປະຊາຊົນ​ຂ້າ​ຍຸງ​ເອງ, ປ້ອງ​ກັນ, ສະກັດ​ກັ້ນ​​ໂລກພະ​ຍາດ​ໂດຍ​ໄວຣັດ Zika ​ແລະ ​ໄຂ້​ເລືອດ​ອອກກໍ່​ຂຶ້ນ”. ທີ່​ພິທີ, ພະ​ແນ​ກການ​ແພດ​ນະຄອນ ​ໂຮ່ຈີ​ມິນ ​​ໄດ​້ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສະໜອງ​ວັດຖຸ​ອຸປະກອນທີ່​ຈຳ​ເປັນ​ເພື່ອ​ຮັບ​ໃຊ້​ໃຫ້​ວຽກ​ງານ​ບົ່ງມະຕິ, ປິ່ນປົວ ​ແລະ ປ້ອງ​ກັນ​, ຕ້ານ​ໂລກ​ລະບາດ​ຢູ່​ຮາກ​ຖານ​ການ​​ແພດ ​ແລະ ວົງ​ຄະນະ​ຍາດ. ການ​ນຳ​ຄະນະ​ກຳມະການ​ເມືອງ​ຕ່າງໆ​ໄດ້​ເຊັນ​ຄຳ​ໝັ້ນ​ສັນຍາ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ຂະ​ແໜງ​ການ, ອົງການ​ການ​ເມືອງ​ສັງຄົມ ​ແລະ ພິ​ເສດ​ແມ່ນ​ຫົວໜ້າ​ເຂດ​ຊຸມ​ຊົນ, ຕຳຫຼວດ ​ແລະ ປະຊາຊົນ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂ້າ​ຍຸງ. ຕາມ​ທ່ານໝໍ ຫງວຽນ​ຮື​ວຮື​ງ, ຮອງ​ຫົວໜ້າ​ພະ​ແນ​ກການ​​ແພດ​ນະຄອນ ​ໂຮ່ຈີ​ມິນ ​ແລ້ວ, ​ເລື່ອງ​ເຊັນ​ຄຳ​ໝັ້ນ​ສັນຍາ​ຈະ​ຊ່ວຍ​ຍົກສູງ​ປະສິດທິ​ຜົນ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກລະບາດ​ໄຂ້​ເລືອດ​ອອກ ​ແລະ Zika:

        “ພະຍາດ​ໄຂ້​ເລືອດ​ອອກ ​ແລະ Zika ບໍ່​ພຽງ​ແຕ່​ຮຽກຮ້ອງ​ຄວາມ​ຮັບຜິດຊອບ​ຂອງ​ສະ​ເພາະ​ຂະ​ແໜງ​ສາທາ​ລະນະ​ສຸກ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ມີ​ກາ​ນສົມທົບກັນ​ລະຫວ່າງບັນດາ​ຂະ​ແໜງ​ການ, ໝູ່​ຄະນະ​ຂອງ​ທ້ອງ​ຖິ່ນ​ຕ່າງໆ. ພິ​ເສດ​ແມ່ນ​ບົດບາດ​ຂອງ​ປະຊາຊົນ​ໃນ​ການ​ຂ້າ​ຍຸງ. ພວກ​ຂ້າພະ​ເຈົ້າ​ຖື​ວ່າ, ບົດບາ​ດຂອງ​ຄະນະ​ກຳມະການ​ປະຊາຊົນ​ບັນດາ​ເມືອງ​ໃນ​ການ​ລະດົມ​ປະຊາຊົນ​​ເຂົ້າ​ຮ່ວມແມ່ນ​ສຳຄັນ​ທີ່​ສຸດ, ດັ່ງ​ນັ້ນ​ກ່ອນ​ທີ່​ຈັດ​ຕັ້ງ​ບັ້ນ​ເຄື່ອນ​ໄຫວ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ເຊັນ​ຄຳ​ໝັ້ນ​ສັນຍາ​ກັບ 8 ​ເມືອງ​ຈຸດ​ສຸມ​ຂອງ​ນະຄອນ ​ໂຮ່ຈີ​ມິນ.”


ຂ່າວ/ບົດ​ອື່ນ