ກະ​ຊວງ​ສາ​ທາ​ລະ​ນະ​ສຸກປະ​ກາດ ວິ​ທີ​ການ​ປິ່ນ​ປົວ Covid – 19 ​ໂດຍ​ສົ​ມ​ບູນ​ແບບ

(VOVWORLD) -ກະຊວງສາທາລະນະສຸກຫວຽດນາມ ຫາກໍ່ປະກາດຂໍ້ຕົກລົງກ່ຽວກັບການປະກາດໃຊ້ ຄຳແນະນຳບົ່ງມະຕິພະຍາດ ແລະ ການປິ່ນປົວ ໂລກພະຍາດ Covid – 19. ຕາມນັ້ນແລ້ວ, ວິທີການປິ່ນປົວນີ້ ໄດ້ສຸມ ໃສ່ຕົ້ນຕໍແມ່ນການປິ່ນປົວພະຍາດລະບົບຫາຍໃຈອ່ອນເພຍ, ຕິດຕາມຄົນເຈັບຢ່າງໃກ້ຊິດ ນັບແຕ່ວັນທີ 7 ຫາວັນທີ 10.
ກະ​ຊວງ​ສາ​ທາ​ລະ​ນະ​ສຸກປະ​ກາດ ວິ​ທີ​ການ​ປິ່ນ​ປົວ Covid – 19 ​ໂດຍ​ສົ​ມ​ບູນ​ແບບ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມເປັນປະທານກອງປະຊຸມທາງອອນລາຍ (ພາບ: VGP) 

ຄົນເຈັບຈະ ອອກໂຮງໝໍໄດ້ ກໍ່ຕໍ່ເມື່ອ ຜູ້ກ່ຽວມີ ອາການດີຂຶ້ນ ແລະ ຕ້ອງມີຜົນ ກວດຫາເຊື້ອໄວຣັດ SARS – CoV – 2 ເປັນຜົນລົບທັງສອງຄັ້ງ.

ພາຍຫຼັງອອກຈາກໂຮງໝໍແລ້ວ, ຄົນເຈັບຍັງຄົງສືບຕໍ່ໄດ້ແຍກຕົວຢູ່ເຮືອນໃນໄລຍະເວລາ 14 ວັນຕື່ມອີກ. ວິທີການປິ່ນປົວໃຫ້ແກ່ຄົນເຈັບນີ້ ທາງກະຊວງສາທາລະນະສຸກ ຈະໄດ້ຝຶກອົບຮົມເຜີຍແຜ່ໃຫ້ແກ່ໂຮງໝໍຂັ້ນຕ່າງໆໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ