ກະຊວງສາທາລະນະສຸກປະກາດໃຊ້ແຜນການດຳເນີນງານປ້ອງກັນຕ້ານMERS-CoVຢູ່ຫວຽດນາມ

ກະຊວງສາທາລະນະສຸກປະກາດໃຊ້ແຜນການດຳເນີນງານປ້ອງກັນຕ້ານMERS-CoVຢູ່ຫວຽດນາມ - ảnh 1
ການກວດ​ຜູ້​ເຂົ້າ​ເມືອງ​ຢູ່​ສະ​ໜາມ​ບິນ ເຕີນ​ເຊີນ​ເຍີດ
(ພາບ: An Hiếu/TTXVN)

(vovworld) - ຕໍ່ໜ້າ​ສະພາບ​ໂລກ​ພະຍາດອັກ​ເສບ​ລະບົບ​ຫາຍ​ໃຈ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ ​ໂດຍ​ໄວຣັດ Corana (MERS-CoV) ກໍ່​ຂຶ້ນ ທີ່​ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ​ຢູ່ ສ​ເກົາຫຼີ,  ກະຊວງ​ສາທາລະນະ​ສຸກຫວຽດນາມ ​ໄດ້ປະກາດ​ໃຊ້​ແຜນການ​ດຳ​ເນີນ​ງານ​ປ້ອງ​ກັນ​ຕ້ານ MERS-CoV ຢູ່​ຫວຽດນາມ ​ເພື່ອ​ແນ​ໃສ່​ຄົ້ນ​ພົບ​ບັນດາ​ກໍລະນີ​ຕິດ​ພະຍາດ​ນີ້​ໂດຍ​ໄວ ​ແລະ ​ແກ້​ໄຂ​ຢ່າງ​ທັນ​ການ ບໍ່​ໃຫ້​ໂລກ​ພະຍາດ​ແຜ່​ລະບາດ, ຈຳກັດ​ກໍລະນີ​ເສຍ​ຊີວິດ​ໃນ​ລະດັບ​ຕຳ່​ສຸດ. ​ແຜນການ​ດັ່ງກ່າວຖືກ​ແບ່ງ​ເປັນ 3 ສະພາວະ: ​ທີ 1 ​ແມ່ນ​ບໍ່​ມີ​ກໍລະນີໃດ​ຕິດພະຍາດ​ຢູ່​ຫວຽດນາມ. ​ທີ 2 ​ແມ່ນ​ຄົ້ນ​ພົບ​ກໍລະນີຕິດພະຍາດ​ຢູ່​ຫວຽດນາມ ​ແລະ ​ທີ 3 ​ແມ່ນ​ໂລກ​ພະຍາດ​ໄດ້​ແຜ່​ລະບາດ​ໃນວົງ​ຄະນາ​ຍາດ. ​ແຜນການ​ຊີ້​ແຈ້ງວ່າ: ​ເພື່ອ​ຫຼຸດຜ່ອນ​ກໍລະນີ​ຕິດພະຍາດ, ຂະ​ແໜງ​ສາທາລະນະ​ສຸກ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ສາມາດ​ຕິດຕາມ​ກວດກາ​ໂລກ​ພະຍາດ MERS-CoV, ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ​ເພື່ອ​ຄົ້ນ​ພົບ​ກໍລະນີ​ຕິດພະຍາດ​ທຳ​ອິດ ​ເພື່ອ​​ເປັນ​ເຈົ້າ​ການ, ປິ່ນປົວ​ພະຍາດ,​ ແກ້​ໄຂ​ຢ່າງ​ທັນ​ການ; ຍູ້​ແຮງ​ວຽກ​ງານ​ຄວບ​ຄຸມ​ໂລກ​ພະຍາດ​ຢູ່​ບັນດາ​ດ່ານ​ຊາຍ​ແດນ, ບັນດາ​ໂຮງໝໍ ​ແລະ ວົງ​ຄະນາ​ຍາດ.


ຂ່າວ/ບົດ​ອື່ນ