ກະຊວງສາທາລະນະສຸກມອບຕູ້ຢາໃຫ້ບັນດາກຳປັ່ນຫາປາໄກຝັ່ງຂອງຊາວປະມົງແຂວງຮ່າຕີ້ງ

ກະຊວງສາທາລະນະສຸກມອບຕູ້ຢາໃຫ້ບັນດາກຳປັ່ນຫາປາໄກຝັ່ງຂອງຊາວປະມົງແຂວງຮ່າຕີ້ງ - ảnh 1
ພິທີ​ມອບ​ຕູ້​ຢາ​ 157 ຕູ້​ໃຫ້​ບັນດາ​ກຳ​ປັ່ນ​ຫາ​ປາ​ໄກ​ຝັ່ງໃຫ້ ​ແຂວງ​ຮ່າ​ຕິ້ງ
(ພາບ: Trần Lê Lâm/TTXVN)

(vovworld) - ວັນ​ທີ 27/7, ຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ສາທາລະນະ​ສຸກ​ໂດຍ​ທ່ານ​ນາງ​ລັດຖະມົນຕີ​ ຫງວຽນ​ທິກິມຕ໋ຽນ, ຫົວໜ້າຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ແພດ​ທະ​ເລ, ໝູ່​ເກາະ​ເປັນ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ພິທີ​ມອບ​ຕູ້​ຢາ​ 157 ຕູ້​ໃຫ້​ບັນດາ​ກຳ​ປັ່ນ​ຫາ​ປາ​ໄກ​ຝັ່ງໃຫ້ສະມາຄົມ​ອາຊີບ​ຫາ​ປາ​ຕາ​ແສງ ​ເກີ​ມ​ເຍືອງ, ​ເມືອງ​ເກີ໋ມຊວຽນ, ​ແຂວງ​ຮ່າ​ຕິ້ງ ​ແລະ ມອບ​ຂອງ​ຂວັນ​ໃຫ້ບາງ​ຄອບຄົວ​ຜູ້​ມີ​ຄຸນງາມຄວາມດີ​ກັບ​ການ​ປະຕິວັດ​ທ້ອງ​ຖີ່​ນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະກອບ​ສ່ວນ​ຍູ້​ແຮງ​ການ​ປະຕິບັດ​ມາດຖານ​ທີ່ລັດຖະບານ​ໄດ້​ວາງ​ອອກ​ແມ່ນ​ຮອດ​ປີ 2020, ຜູ້​ອອກ​ແຮງ​ງານ 100% ​ໃນ​ກຳ​ປັ່ນມີ​ຄວາມ​ຮູ້​ກ່ຽວ​ກັບ​ການ​​ຮັກສາສຸ​ຂະ​ພາບ ​ແລະ ​ຮຽກຮ້ອງ​ການ​ຊ່ວຍ​ເຫຼືອ​​ໃນ​ສະຖານະ​ການ​ສຸກ​​ເສີນ.

    ​ເນື່ອງ​ໃນ​​ໂອກາດ​​ໄປ​ປະຕິບັດ​ງານ​ຢູ່​ຮ່າ​ຕີ້​ງ, ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫງວຽນ​ທິກິມຕ໋ຽນ ​ໄດ້​ໄປ​ວາງ​ພວງ​ມາລາ, ທະ​ຫວາຍ​ທູບ​ທຽນ​ຢູ່​ສຸສານ​ທ່ານ​ເລ​ຂາ​ທິການ​​ໃຫຍ່ ຮ່າ​ຮູ​ຍ​ເຕີບ, ສຸສານ​ທ່ານ​ເລຂາທິການ​ໃຫຍ່ ​ເລ​ຢ໋ວນ.



ຂ່າວ/ບົດ​ອື່ນ