ກະຊວງສາທາລະນະສຸກສຳຫລວດກວດກາຂັ້ນຕອນສະກັນກັ້ນໂລກພະຍາດEbolaແຊກຊືມເຂົ້າຫວຽດນາມ

ກະຊວງສາທາລະນະສຸກສຳຫລວດກວດກາຂັ້ນຕອນສະກັນກັ້ນໂລກພະຍາດEbolaແຊກຊືມເຂົ້າຫວຽດນາມ - ảnh 1
ກວດ​ກາ​ພະ​ຍາດEbolaຢູ່​ສະ​ຫນາມ​ບິນ​ເຕີນ​ເຊີນ​ເຍີດ
ພາບ:thanhnien.vn

(vovworld)- ຕໍ່​ຫນ້າ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຂອງ​ໂລກ​ພະ​ຍາດ Ebola ໃນ 3 ອາ​ທິດ​ຜ່ານ​ມາ, ຫ້ອງ​ການ​ຕອບ​ສະ​ຫນອງ​ສະ​ພາບ​ຮີບ​ດ່ວນ​ຕໍ່​​ໂລກ​ລະ​ບາດ ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ຫາ​ກໍ​ຈັດ​ການ​ປະ​ຊຸມ​ດ່ວນ​ກັບ​ບັນ​ດາ​ຜູ້​ຊ່ຽວ​ຊານ ຂອງອ​ົງ​ການ​ອະ​ນາ​ໄມ​ໂລກ(WHO), ສູນກວດ​ກາ ແລະ ປ້ອງ​ກັນ​, ຕ້ານໂລກ​ລະ​ບາດ ​ອາ​ເມ​ລິ​ກາ(CDC) ແລະ ອົງ​ການ​ອາ​ຫານ ແລະ ກະ​ເສດ​ໂລກ (FAO) ເພື່ອ​ສຳ​ຫ​ລວດກວດ​ກາ​ຂັ້ນ​ຕອນ​ ສະ​ກັນ​ກັ້ນ​ໂລກ​ລະ​ບາດ Ebola ບໍ່​ໃຫ້ແຊກ​ຊື​ມ​ເຂົ້າ​ຫວຽດ​ນາມ. ທີ່​ການ​ປະ​ຊຸມ​, ຜູ້​ຕາ​ງ​ຫນ້າ CDC ຖື​ວ່າ: ບໍ່​ທັນ​ເຫັນ​​ພະ​ຍານຫລັກ​ຖານ​ດ້ານ​ວິ​ທະ​ຍາ​ສາດເພື່ອ​ຮັ​ບ​ຮູ້​ເລື່ອງ​ປ່ຽນ​ແປງວິ​ທີ​ຕິດ​ແປດພະ​ຍາດ Ebola ຈາກ​ຄົນ​ໄປ​ສູ່​ຄົນ ກໍ​ຄື​ຈາກ​​ຄົນໄປ​ສູ່​ສັດ​ຕາ​ມ​ອາ​ກາດ. ເລື່ອງ​ພາ​ລະ​ກອນການ​ແພດຢູ​່ ອາ​ເມ​ລິ​ກາ ຕິດ​ໄວ​ຣັດ Ebola ເມື່ອ​ເບິ່ງ​ແຍງ​ຄົນ​ເຈັບ  ​ຍ້ອນ​ວ່າ​ອາດ​ບໍ່​ທັນ​ປະ​ຕິ​ບັດ​​ຕາມ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ. ການ​ປະ​ຊຸມ ໄດ້​ເຫັນ​ເອ​ກະ​ພາບ​ວ່າ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຄວນສຳ​ຫ​ລວດກວດ​ກາ​ ທັງ​ໝົດຂັ້ນ​ຕອນ​​ເພື່ອສະ​ກັດ​ກັັ້ນ​ພະ​ຍາດ Ebola ​ແຊກ​ຊືມ​ເຂົ້າ​ຫວຽດ​ນາມ, ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ຕິດ​ຕາມກວດ​ກາ​ຢ່າງ​ແຫນ້ນ​ແຟ້ນ​ຢູ່​ບັນ​ດາ​ດ່ານ​ຊາຍ​ແດນ ແລະ ວົງ​ຄະ​ນາ​ຍາດ ສຳ​ລັບ​ຜູ້​ໂດຍ​ສານ​ມາ​ຈາກ 6 ປະ​ເທດ​​ຢູ່ ອາ​ຟຼິ​ກາ​ຕາ​ເວັນ​ຕົກ(ຄື: Congo, Guinea, Leberia, Sierra Leone, Nigeria, Senegal). ຜູ້​ຕາງ​ຫນ້າ​ອົງ​ການ​ອະ​ນາ​ໄມ​ໂລກ ຖື​ວ່າ: ດ້ວຍ​ການ​ຫນູນ​ຊ່ວຍ​ຂອງ​ອົງ​ການນີ້ ແລະ ຂອງ​ຍີ່​ປຸ່ນ, ຫວຽດ​ນາມ ສາ​ມາດ​ປະ​ຕິ​ບັດ​ການ​ວິ​ໄຈ​ເພື່ອ​ກຳ​ນົດ​ພະ​ຍາດ Ebola ໃນ​ປະ​ເທດ​ໄດ້.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ