ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຈັດ​ສົ່ງ​ພະນັກງານ​ການ​ແພດໜູນຊ່ວຍ ດ່າໜັງ ສະ​ກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -ວັນທີ 30 ກໍລະກົດ, ກະຊວງສາທາລະນະສຸກຫວຽດນາມ ໄດ້ຕົກລົງຈັດສົ່ງພະນັກງານການແພດໜູນຊ່ວຍປ້ອງກັນ, ສະກັດກັ້ນໂລກລະບາດ ຢູ່ ດ່າໜັງ  ເພື່ອຊ່ວຍ ດ່າໜັງ ຮັບມືກັບໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີກວ່າ.
ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຈັດ​ສົ່ງ​ພະນັກງານ​ການ​ແພດໜູນຊ່ວຍ ດ່າໜັງ ສະ​ກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 - ảnh 1ກະຊວງສາທາລະນະສຸກຫວຽດນາມ ຕົກລົງຈັດສົ່ງພະນັກງານການແພດໜູນຊ່ວຍປ້ອງກັນ, ສະກັດກັ້ນໂລກລະບາດ ຢູ່ ດ່າໜັງ  ເພື່ອຊ່ວຍ ດ່າໜັງ ຮັບມືກັບໂລກລະບາດໂຄວິດ - 19 (ພາບ: suckhoedoisong.vn)

        ຄະນະພະນັກງານການແພດລວມມີ ນັກຊ່ຽວຊານຈາກ ກົມການແພດປ້ອງກັນ, ກົມຄຸ້ມຄອງສິ່ງແວດລ້ອມ - ສາທາລະນະສຸກ, ກົມປ້ອງກັນ, ຕ້ານ HIV/AIDS, ສະຖາບັນ Pasteur ຍາຈາງ, ສະຖາບັນ Pasteur ນະຄອນໂຮ່ຈີມິນ. ເຂົາເຈົ້າຈະສົມທົບກັບ 3 ໜ່ວຍປະຕິບັດງານພິເສດກ່ຽວກັບການເຝົ້າລະວັງ, ຕິດຕາມໂລກລະບາດ, ວິໄຈ ແລະ ປິ່ນປົວພະຍາດ ເຊິ່ງກະຊວງສາທາລະນະສຸກ ໄດ້ແຕ່ງຕັ້ງມາຍັງດ່າໜັງ ແຕ່ວັນທີ 25 ກໍລະກົດ. ໄປຄຽງຄູ່ກັນນັ້ນ, ກະຊວງສາທາລະນະສຸກ ຍັງລະດົມນັກສຶກສາມະຫາວິທະຍາໄລເຕັກນິກແພດສາດ ດ່າໜັງ ແລະ ມະຫາວິທະຍາໄລ ແພດສາດ ເຫວ້ ນັບຫຼາຍຮ້ອຍຄົນເຂົ້າຮ່ວມປະຕິບັດບັນດາການເຄື່ອນໄຫວປ້ອງກັນ, ສະກັດກັ້ນໂລກລະບາດ ຢູ່ດ່າໜັງ. ກະຊວງສາທາລະນະສຸກ ກໍໄດ້ຈັດສົ່ງເຄື່ອງຊ່ວຍຫາຍໃຈ 10 ເຄື່ອງ ແລະ ຜ້າອັດປາກ - ອັດດັງ N95 ໄປໃຫ້ໂຮງໝໍແຫ່ງຕ່າງໆໃນບໍລິເວນນະຄອນດ່າໜັງ ແລະ ໂຮງໝໍສູນກາງ ເຫວ້ ຕື່ມອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ