ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ​ແຈກ​ຢາຍວັກ​ຊິນ​ກັ​ນ​ພະ​ຍາດ​ໂຄວິດ - 19 ງວດ​ທີ 2

(VOVWORLD) -    ຕອນແລງວັນທີ 7 ເມສາ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ອອກຂໍ້ຕົກລົງວ່າດ້ວຍການແຈກຢາຍວັກຊິນ AstraZeneca ກັນພະຍາດໂຄວິດ - 19 ງວດທີ 2 ລວມທັງໝົດ 811.200 ໂດສ ໃຫ້ແກ່ 63 ແຂວງ, ນະຄອນ, ກຳລັງຕຳຫຼວດ, ກອງທັບ, ໂຄງການສັກວັກຊິນເປີດກວ້າງແຫ່ງຊາດ, ສະຖາບັນກວດກາຢັ້ງຢືນວັກຊິນ ແລະ ຢາຊີວະສາດ ແຫ່ງຊາດ.

    ຕາມນັ້ນແລ້ວ, ນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ ແມ່ນສອງທ້ອງຖິ່ນທີ່ໄດ້ຮັບວັກຊິນຫຼາຍກວ່າໝູ່, ໃນນັ້ນ, ນະຄອນໂຮ່ຈີມິນ ແມ່ນ 56.250 ໂດສ, ຮ່າໂນ້ຍ ແມ່ນ 53.350 ໂດສ. ແຂວງຫ໋າຍເຢືອງ ໄດ້ຮັບ 43.700 ໂດສ…

        ກະຊວງສາທາລະນະສຸກຮຽກຮ້ອງໃຫ້ ໂຄງການສັກວັກຊິນເປີດກວ້າງແຫ່ງຊາດ - ສະຖາບັນອະນາໄມພະຍາດລະບາດວິທະຍາສູນກາງ, ໂຄງການສັກວັກຊິນເປີດກວ້າງຂອງແຕ່ລະເຂດ, ພາກ ປະຕິບັດການກວດກາຄຸນນະພາບ, ຄຸ້ມຄອງຮັກສາ ແລະ ຂົນສົ່ງວັກຊິນໄປຍັງບັນດາທ້ອງຖິ່ນ ແລະ ຫົວໜ່ວຍ ຕາມບັນຊີລາຍຊື່ໃນທັນທີ ເພື່ອຈັດຕັ້ງຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ຖືກຕ້ອງຕາມຂໍ້ກຳນົດ.


ຕອບກັບ

ຂ່າວ/ບົດ​ອື່ນ