ກະຊວງອຸດສາຫະກຳ - ການຄ້າ ສ ເຊັກໂກ ມີຄວາມປະເອີບໃຈກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າກັບ ຫວຽດນາມ

(VOVWORLD) - ໃນເຄິິ່ງຕົ້ນປີ 2023 ນີ້, ການສົ່ງອອກຈາກ ສ ເຊັກໂກ ໄປຍັງ ຫວຽດນາມ ເພີ່ມຂຶ້ນ 48% ໃນຂະນະທີ່ການສົ່ງອອກຈາກ ຫວຽດນາມ ໄປຍັງ ເຊັກໂກ ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່າຍ.
ກະຊວງອຸດສາຫະກຳ - ການຄ້າ ສ ເຊັກໂກ ມີຄວາມປະເອີບໃຈກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າກັບ ຫວຽດນາມ - ảnh 1ທ່ານ Jozef Sikela, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສ ເຊັກໂກ
(ພາບ:TTXVN)
ວັນທີ 2 ກັນຍາ, ທ່ານ Jozef Sikela, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສ ເຊັກໂກ ໄດ້ຢັ້ງຢືນວ່າ: ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າສຳຄັນທີ່ສຸດຂອງ ສ ເຊັກໂກ ໃນກຸ່ມສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ດ້ວຍຍອດວົງເງິນການຄ້າບັນລຸລະດັບສະຖິຕິ 2,3 ຕື້ໂດລາສະຫະລັດ ໃນປີ 2022. ຕາມທ່ານ Sikela ແລ້ວ, ປີ 2023 ນີ້ ຈະໄດ້ເຫັນປະຈັກຕາລະດັບສະຖິຕິໃໝ່ ກ່ຽວກັບວົງເງິນການຄ້າສອງຝ່າຍ ຫວຽດນາມ - ເຊັກໂກ. ໃນເຄິິ່ງຕົ້ນປີ 2023 ນີ້, ການສົ່ງອອກຈາກ ສ ເຊັກໂກ ໄປຍັງ ຫວຽດນາມ ເພີ່ມຂຶ້ນ 48% ໃນຂະນະທີ່ການສົ່ງອອກຈາກ ຫວຽດນາມ ໄປຍັງ ເຊັກໂກ ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່າຍ. ທ່ານລັດຖະມົນຕີ Sikela ຕີລາຄາວ່າ ໝາກຜົນນີ້ໄດ້ສະແດງໃຫ້ເຫັນການຮ່ວມມືຢ່າງແຮງ ແລະ ເລິກເຊິ່ງລະຫວ່າງ ລັດຖະບານ ກໍ່ຄືບັນດາຂົງເຂດດຳເນີນທຸລະກິດຂອງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ