ກະຊວງອຸດສາຫະກຳການຄ້າຫວຽດນາມໃຫ້ຄຳໝັ້ນສັນຍາບໍ່ປະໃຫ້ເກີດສະພາບຂາດແຄນສິນຄ້າແລະລະຄາເພີ່ມຂຶ້ນໃນໂອກາດບຸນເຕັດ 2020

(VOVWORLD) -ກຳລັງຊື້ສິນຄ້າໄດ້ເພີ່ມຂຶ້ນປະມານ 10 – 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ເພີ່ມຂຶ້ນປະມານ 15 – 20% ເມື່ອທຽບໃສ່ຊຸມເດືອນໃນປີ 2019.

ຕາມການຄາດຄະເນຂອງກະຊວງອຸດສາຫະກຳການຄ້າຫວຽດນາມ ແລ້ວ, ໃນໂອກາດບຸນເຕັດປີຊວດ 2020, ກຳລັງຊື້ສິນຄ້າໄດ້ເພີ່ມຂຶ້ນປະມານ 10 – 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ເພີ່ມຂຶ້ນປະມານ 15 – 20% ເມື່ອທຽບໃສ່ຊຸມເດືອນໃນປີ 2019. ເພື່ອຮັບປະກັນແຫຼ່ງສະໜອງສິນຄ້າຮັບໃຊ້ບຸນເຕັດ, ກະຊວງອຸດສາຫະກຳການຄ້າ ໄດ້ສຸມໃສ່ຊີ້ນຳບັນດາທ້ອງຖິ່ນ, ວິສາຫະກິດ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ສ້າງແຜນການຮັບໃຊ້ໃຫ້ແກ່ບຸນເຕັດ, ເປັນເຈົ້າການກວດກາຄືນການສະໜອງສິນຄ້າ, ກະກຽມແຫຼ່ງ ສິນຄ້າໃຫ້ເປັນຢ່າງດີ… ຮັບປະກັນລາຄາເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ