ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໜູ​ນ​ຊ່ວຍ​ວິ​ສາ​ຫະ​ກິ​ດ​ສົ່ງ​ອອກ​ຜ່ານ​ຊ່ອງ​ທາງ​ການ​ຄ້າ​ເອ​ເລັກ​ໂຕ​ນິກ

(VOVWORLD) -     ກົມພັດທະນາວິສາຫະກິດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ສົມທົບກັບ Amazon Global Selling ຫວຽດນາມ ຜັນຂະຫຍາຍລາຍການໜູນຊ່ວຍ ມີຊື່ວ່າ “ຖານຍິງ 90 ວັນພ້ອມກັບ Amazon” ສຳລັບວິສາຫະກິດທີ່ມີຄວາມສົນໃຈເຖິງການສົ່ງອອກຜ່ານຊ່ອງທາງການຄ້າເອເລັກໂຕນິກ.
ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໜູ​ນ​ຊ່ວຍ​ວິ​ສາ​ຫະ​ກິ​ດ​ສົ່ງ​ອອກ​ຜ່ານ​ຊ່ອງ​ທາງ​ການ​ຄ້າ​ເອ​ເລັກ​ໂຕ​ນິກ - ảnh 1Amazon Global Selling  ໜູນຊ່ວຍວິສາຫະກິດ ຫວຽດນາມ ສຳຜັດກັບຜູ້ບໍລິໂພກ (ພາບ: BNEWS/TTXVN)

ລາຍການດັ່ງກ່າວ ແມ່ນສ່ວນໜຶ່ງຂອງລາຍການໜູນຊ່ວຍ Go Digital Go Global –  ເຊິ່ງແມ່ນໜຶ່ງໃນບັນດາການເຄື່ອນໄຫວໜູນຊ່ວຍທີ່ລະອຽດ ແລະ ແທດຈິງ ໃນຂອບເຂດໂຄງການໜູນຊ່ວຍວິສາຫະກິດຫັນເປັນດີຈີຕອນ ໄລຍະ 2021 – 2025 ຂອງກະຊວງແຜນການ ແລະ ການລົງທຶນ ດ້ວຍເປົ້າໝາຍໜູນຊ່ວຍບັນດາວິສາຫະກິດຂະໜາດໜ້ອຍ ແລະ ກາງ ນຳຜະລິດຕະພັນຂອງຕົນອອກສູ່ຕະຫຼາດສາກົນ.

        ລາຍການດັ່ງກ່າວ ແມ່ນມຸ່ງໄປເຖິງເປົ້າໝາຍຮອດປີ 2025: 100% ວິສາຫະກິດ ຍົກສູງຄວາມຮູ້ກ່ຽວກັບການຫັນເປັນດີຈີຕອນ.


ຕອບກັບ

ຂ່າວ/ບົດ​ອື່ນ