ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຍືນ​ສະ​ເໜີ​ຕໍ່​ລັດ​ຖະ​ບານ ແຜນ​ຮ່າງ​ຟື້ນ​ຟູ​ເສດ​ຖະ​ກິດ​ໃນ​ເດືອນ​ຕຸ​ລາ

(VOVWORLD) -ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈິ໊ຢຸງ ໃຫ້ຮູ້ວ່າ: ຄາດວ່າ 2 ປີ 2022 ແລະ 2023 ໄດ້ກຳນົດແມ່ນ ເວລາຟື້ນຟູເສດຖະກິດຂອງທົ່ວປະເທດ ແລະ ສະເໜີໃຫ້ບັນດາທ້ອງຖິ່ນ ເອົາໃຈໃສ່ເປັນພິເສດເຖິງການຄາດຄະເນ, ຕີລາຄາ, ໄຈ້ແຍກສະພາບການ ເປັນປົກກະຕິໃໝ່
ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຍືນ​ສະ​ເໜີ​ຕໍ່​ລັດ​ຖະ​ບານ ແຜນ​ຮ່າງ​ຟື້ນ​ຟູ​ເສດ​ຖະ​ກິດ​ໃນ​ເດືອນ​ຕຸ​ລາ - ảnh 1ກອງປະຊຸມທາງໄກ “ສ້າງແຜນການພັດທະນາເສດຖະກິດ ສັງຄົມ ແລະ ການລົງທຶນສາທາລະນະໃນປີ 2022 ເຂດທົ່ງພຽງ, ເຂດພູດອຍທາງທິດເໜືອ ແລະ ເຂດທົ່ງພຽງແມ່ນ້ຳແດງ” (ພາບ: VGP)

ຮີບດ່ວນຄົ້ນຄ້ວາ, ສະເໜີບັນດາມາດຕະການເພື່ອແນໃສ່ສ້າງໂຄງການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19 ແມ່ນມີຄວາມໝາຍສຳຄັນທີ່ສຸດ ແລະ ຮີບດ່ວນ, ຕ້ອງຮັບປະກັນວ່າອາດຈະຜັນຂະຫຍາຍຢ່າງທັນທີ ພາຍຫຼັງໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ, ໃນນັ້ນ ສຸມໃສ່ຟື້ນຟູບັນດາຂະແໜງ, ຂົງເຂດຈຸດສຸມ ຂອງ ທ້ອງຖິ່ນ ແລະ ເຂດກາງ. ກ່າວຄຳເຫັນທີ່ກອງປະຊຸມທາງໄກ “ສ້າງແຜນການພັດທະນາເສດຖະກິດ ສັງຄົມ ແລະ ການລົງທຶນສາທາລະນະໃນປີ 2022 ເຂດທົ່ງພຽງ, ເຂດພູດອຍທາງທິດເໜືອ ແລະ ເຂດທົ່ງພຽງແມ່ນ້ຳແດງ”, ເຊິ່ງໄດ້ຮັບການຈັດຕັ້ງໃນວັນທີ 14 ກັນຍາ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈິ໊ຢຸງ ໃຫ້ຮູ້ວ່າ: ຄາດວ່າ 2 ປີ 2022 ແລະ 2023 ໄດ້ກຳນົດແມ່ນ ເວລາຟື້ນຟູເສດຖະກິດຂອງທົ່ວປະເທດ ແລະ ສະເໜີໃຫ້ບັນດາທ້ອງຖິ່ນ ເອົາໃຈໃສ່ເປັນພິເສດເຖິງການຄາດຄະເນ, ຕີລາຄາ, ໄຈ້ແຍກສະພາບການ ເປັນປົກກະຕິໃໝ່, ຍົກໃຫ້ເຫັນຢ່າງຈະແຈ້ງບັນດາບັນຫາທີ່ຫຍຸ້ງຍາກ, ຂໍ້ຕິດຂັດ ແລະ ບັນດາຂໍ້ຄົງຂ້າງ, ຂໍ້ຈຳກັດເພື່ອໃຫ້ກະຊວງແຜນການ ແລະ ການລົງທຶນ ລວບລວມ, ອະທິບາຍ ຫຼື ສະເໜີຂັ້ນທີ່ມີສິດອຳນາດພິຈາລະນາ, ແກ້ໄຂ.

ຕອບກັບ

ຂ່າວ/ບົດ​ອື່ນ