ກະ​ຕຸກ​ຊຸກ​ຍູ້ການ​ທ່ອງ​ທ່ຽວ​ແຂວງ​ຖ໊າຍງວຽນ​ໃຫ້​ຕິດ​ພັນ​ກັບ "ເຂດຕາ​ເວັນ​ອອກ​ສ່ຽງ​ເໜືອ’’

(VOVWORLD) -ວັນທີ 4 ມິຖຸນາ, ຢູ່ແຂວງ ຖ໊າຍງວຽນ, ສະຫະສະມາຄົມການທ່ອງທ່ຽວຫວຽດນາມໄດ້ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງຖ໊າຍງວຽນ ຈັດຕັ້ງລາຍການສຳຫຼວດການທ່ອງທ່ຽວ "ເຂດຕາເວັນອອກສ່ຽງເໜືອ’’ ແລະ ການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ ກະຕຸກຊຸກຍູ້ການທ່ອງທ່ຽວແຂວງຖ໊າຍງວຽນໃຫ້ຕິດພັນກັບ "ເຂດຕາເວັນອອກສ່ຽງເໜືອ’’ ໂດຍມີການເຂົ້າຮ່ວມຂອງສະຫະສະມາຄົມ ການທ່ອງທ່ຽວ, ບັນດາວິສາຫະກິດທ່ອງທ່ຽວຂອງທ້ອງຖິ່ນຫຼາຍແຫ່ງໃນທົ່ວປະເທດ.
ກະ​ຕຸກ​ຊຸກ​ຍູ້ການ​ທ່ອງ​ທ່ຽວ​ແຂວງ​ຖ໊າຍງວຽນ​ໃຫ້​ຕິດ​ພັນ​ກັບ  ພາບປະກອບ:  vietnam.vnanet.vn

ທີ່ລາຍການ, ບັນດາຜູ້ແທນໄດ້ປະກອບຄຳເຫັນທີ່ແທດຈິງຫຼາຍຢ່າງເພື່ອແນໃສ່ເພີ່ມທະວີການໂຄສະນາ, ເຜີຍແຜ່, ກະຕຸກຊຸກຍູ້ການທ່ອງທ່ຽວຢູ່ແຂວງ ຖ໊າຍງວຽນ ໃຫ້ຕິດພັນກັບ "ເຂດຕາເວັນອອກສ່ຽງເໜືອ’’. ກ່ອນອື່ນໝົດ, ບັນດາວິສາຫະກິດ, ບໍລິສັດການທ່ອງທ່ຽວໃນບໍລິເວນແຂວງ ຖ໊າຍງວຽນຕ້ອງກະຕຸກຊຸກຍູ້ການທ່ອງທ່ຽວດ້ວຍການຫຼຸດລາຄາການບໍລິການຈຳນວນໜຶ່ງລົງ. ດ້ວຍເປົ້າໝາຍແມ່ນມຸ່ງໄປເຖິງປະສິດທິຜົນຂອງເສດຖະກິດການທ່ອງທ່ຽວ ແລະ ການພັດທະນາການທ່ອງທ່ຽວແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ