ກະທຳເພື່ອສິ່ງແລດລ້ອມຢູ່ເຂດຊົນນະບົດແບບຍືນຍົງ

ກະທຳເພື່ອສິ່ງແລດລ້ອມຢູ່ເຂດຊົນນະບົດແບບຍືນຍົງ - ảnh 1
ບັ້ນ​ຂົນຂວາຍ​ເຮັດ​ໃຫ້​ໂລກ​ສະອາດ​ກວ່າ ປີ 2015
(ພາບ: baohungyen.vn)


(vovworld) – ວັນ​ທີ 19/09, ຢູ່​ແຂວງ​ຮື​ງອຽນ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຮື​ງອຽນ ​ແລະ ສະຖານທູດ​ອົດ​ສະ​ຕາ​ລີ ປະຈຳ​ຫວຽດນາມ ປຸກລະດົມບັ້ນ​ຂົນຂວາຍ​ເຮັດ​ໃຫ້​ໂລກ​ສະອາດ​ກວ່າ ປີ 2015. ຫົວ​ຂໍ້​ຂອງ​ພິທີ​ປຸກລະດົມ​ລະດັບ​ຊາດ ສະໜັບສະໜູນ​ບັ້ນ​ຂົນຂວາຍ​ເຮັດ​ໃຫ້​ໂລກ​ສະ​ອາດ​ກວ່າ ປີ 2015 ​ແມ່ນ “ຈົ່ງ​ມີ​ການ​ກະທຳ​ເພື່ອ​ສິ່ງ​ແວດ​ລ້ອມຢູ່​ເຂ​ດຊົນ​ນະ​ບົດ​ຍືນ​ຍົງ​ກວ່າ”, ​ເນັ້ນ​ໜັກ​​ເຖິງ​ບົດບາດ​ຂອງ​ເຂດ​ຊົນນະບົດ ​ໃນ​ວຽກ​ງານ​ປົກ​ປັກ​ຮັກສາ​ສິ່ງ​ແວ​ດລ້ອມ​ ກໍ​ຄື​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ມຸ່ງ​ໄປ​ເຖິງ​ພື້ນຖານ​ການ​ຜະລິດທີ່​ກ້າວໜ້າ, ໝັ້ນຄົງ​ກວ່າ. ດ້ວຍ​ຄຳ​ຂວັນ​ທີ່​ວ່າ “​ແຕ່ລະຄົນ​ລ້ວນ​ແຕ່​ສາມາດ​ເຮັດ​ໃຫ້​​ໂລກ​ສະ​ອາດ​ກ່ວາ”, “ປົກ​ປັກ​ຮັກສາ​ສິ່ງ​ແວ​ດລ້ອມ​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ທົ່ວ​ສັງຄົມ”, ພິທີ​ປຸກລະດົມ​​ແມ່ນ​ໂອກາດ​ເພື່ອ​ໃຫ້​ກຸ່ມ​ປະຊາ​ຄົມ, ສ່ວນ​ບຸກຄົນ ​ແລະ ປະ​ເທດ​ຕ່າງໆ​ພ້ອມ​ກັນ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວປັບປຸງ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​, ​ເກັບ​ໂຮມ, ກຳຈັດ​ສິ່ງ​ເສດ​ເຫຼືອ, ສະ​ກັດ​ກັ້ນ​​ລະດັບ​ມົນ​ລະ​ຜິດ, ການຊຸດ​ຊົມຂອງ​ສິ່ງ​ແວດ​ລ້ອມ, ຮັບປະກັນ​ຄວາມ​ສົມດຸນຂອງ​ຊີ​ວະ​ພາບ.

ຂ່າວ/ບົດ​ອື່ນ