ກະລາສີ ຫວຽດນາມ 6 ຄົນພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ ຟີລິບປິນ


ກະລາສີ ຫວຽດນາມ 6 ຄົນພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ ຟີລິບປິນ - ảnh 1
​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ

(vovworld) - ​ວັນ​ທີ 11/11, ​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເລື່ອງກະລາສີ​ ຫວຽດນາມ 6 ຄົນ ​ໃນ​ກຳ່​ປັ່ນ Royal 16 ຖືກ​ສົງ​ໃສ​ວ່າ​ຖືກ​ຫຼອກ​ຈັບ​ຕົວ ​ແລະ ອີກ​ຜູ້​ໜຶ່ງ​ຖືກ​ບາດ​ເຈັບ​ຢູ່​​ເຂດ​ທະ​ເລ ຟີ​ລິບ​ປິນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ, ​ໃຫ້​ຮູ້​ວ່າ: ພາຍຫຼັງ​ໄດ້​ຮັບ​ຂໍ້​ມູນ​ຂ່າວ, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຊີ້​ນຳ​ໃຫ້​ສະຖານທູດ ຫວຽດນາມ ປະຈຳ ຟີ​ລິບ​ປິນ ຕິດ​ຕໍ່​ພົວພັນ​ດ່ວນ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ເພື່ອ​ຮັບ​ຮູ້​ຂໍ້​ມູນ​ຂ່າວ ​ແລະ ຊອກ​ຫາ​ວິທີ​ແກ້​ໄຂ​ເຫດການ​ດັ່ງກ່າວ​ໂດຍ​ໄວ. ​ໃນ​ຕອນ​ບ່າຍ​ວັນ​ທີ 11/11, ສະຖານທູດ ຫວຽດນາມ ປະຈຳ ຟີ​ລິບ​ປິນ ​ໄດ້ຕິດ​ຕໍ່​ພົວພັນ​ ກັບກະຊວງ​ການ​ຕ່າງປະ​ເທດ ​ແລະ ​ບັນດາ​ອົງການ​ທີ່​ກ່ຽວຂ້ອງຂອງ ຟີ​ລິບ​ປິນ ​ເພື່ອ​ຊອກ​ຮູ້​ຂ່າວ ​ແລະ ຊອກ​ຫາ​ມາດ​ຕະການ​ເພື່ອ​ກູ້​ເອົາກະລາສີ​ ຫວຽດນາມ 6 ຄົນ. ສະຖານທູດ​ໃຫ້​ຮູ້​ວ່າ, ກະລາສີ​ຖືກ​ບາດ​ເຈັບ​ໃນ​ອາການບໍ່​ອັນຕະລາຍ ​ແລະ ພວມ​ໄດ້​ຮັບ​ການ​ປິ່ນປົວ​ຢູ່​ໂຮງໝໍ​ຂອງ ຟີ​ລິບ​ປິນ. ກົມ​ກົງສຸນ, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ແຈ້ງ​ໃຫ້​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ພາຍ​ໃນ​ປະ​ເທດ​ຮູ້​ກ່ຽວ​ກັບ​ເຫດການ​ດັ່ງກ່າວ ​ແລະ ສະ​ເໜີ​ໃຫ້​ສົມ​ທົບ​ກັບ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ ຟີ​ລິບ​ປິນ ​ເພື່ອ​ສືບສວນ​ເຫດການ​ນີ້​ໂດຍ​ໄວ.

ຂ່າວ/ບົດ​ອື່ນ