ກະສີກຳຫວຽດນາມ - ເຊື່ອມໂຍງ, ທ້າທາຍ ແລະ ກາລະໂອກາດໃໝ່

ກະສີກຳຫວຽດນາມ - ເຊື່ອມໂຍງ, ທ້າທາຍ ແລະ ກາລະໂອກາດໃໝ່ - ảnh 1
(ພາບປະກອບ)

​(vovworld) – “ກະ​ສີ​ກຳ​ຫວຽດນາມ - ​ເຊື່ອມ​ໂຍງ, ທ້າ​ທາຍ ​ແລະ ກາລະ​ໂອກາດ​ໃໝ່ “ ​ແມ່ນ​ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​​ໂອ້​ລົມ​ສົນທະນາກ່ຽວ​ກັບ​ນະ​ໂຍບາຍ​ຂັ້ນ​ສູງ​ລະຫວ່າງ​ການ​ນຳ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ, ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ເຖິງ​ປະຊາ​ຄົມ​ບັນດາ​ນັກ​ອຸປະຖຳ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ.

ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດຶກ​ຟາດ ຢືນຢັນ​ວ່າ: ພາຍຫຼັງ 6 ປີ ທີ່​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍ ​ແລະ ພາກ​ພື້ນ, ຂະ​ແໜງ​ກະ​ສີ​ກຳ​ຫວຽດນາມ​ໄດ້​ເປີດ​ກວ້າງ​ຕະຫຼາດ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ, ​ເຄື່ອງ​ປ່າ​ຂອງ​ດົງ. ວົງ​ເງິນ​ສົ່ງ​ອອກ​ຜະລິດ​ຕະພັນ​ກ​ເສດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ຫວຽດນາມ​ໄດ້​ກາຍ​ເປັນ​ປະ​ເທດ​ມີ​ທີ່​ຕັ້ງ​ສູງ​ໃນ​ຕະຫຼາດ​ໂລກ ດ້ວຍ​ຜະລິດ​ຕະພັນ​ກະ​ເສ​ດຕົ້ນ​ຕໍ່​ຄື: ​ເຂົ້າສານ, ສິນ​ໃນ​ນ້ຳ, ກາ​ເຟ, ໝາກ​ຜິ​ກ​ໄທ, ຢາງພາລາ...​ແຕ່​ພ້ອມ​ກັບ​ກາລະ​ໂອກາດ, ວິວັດການ​ເຊື່ອມ​ໂຍງ​ກັບ​ສາກົນ​ກໍ່​ໄດ້​ເປັນ​ການ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ​ສຳລັບ​ຂະ​ແໜງ​ກະ​ສີ​ກຳ. ທ່ານ​ລັດຖະມົນຕີ ກາວ​ດຶກ​ຟາດ​, ​ໃຫ້​ຮູ້​ວ່າ:

ຂະ​ແໜງ​ກະສີ​ກຳ​ພວມສຸມ​ໃສ່ຜັນ​ຂະຫຍາຍ​ການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ຕາມ​ທິດ​ຍົກ​ສູງ​ຄຸນ​ຄ່າ​ພັດທະນາ​ແບບ​ຍືນ​ຍົງ. ທາງ​ກະຊວງ​ພວມ​ສ້າງ​ຍຸດ​ທະ​ສາດ​ເຊື່ອງ​ໂຍງ​ຂະ​ແໜງ​ກະ​ສີ​ກຳກັບ​ສາກົນຮອດ​ປີ 2020, ວິ​ໄສ​ທັດ 2030 ​ແລະ ຈະ​ຍື່ນ​ສະ​ເໜີ​ຕໍ່​ນາຍົກລັດຖະມົນຕີ​ເຊັນ​ອະນຸມັດ ​ເພື່ອ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ເສດຖະກິດ​ສາກົນ ​ແລະ ຫຼຸດຜ່ອນ​ການ​ກະທົບ​ທີ່​ຫຍໍ້​ທໍ້ ​ແລະ​ມີ​ຄວາມ​ສ່ຽງ​ໃຫ້​ແກ່​ຊົນນະບົດ​ຫວຽດນາມ“.

 

ຂ່າວ/ບົດ​ອື່ນ