ກະສັດມາເລເຊຍຢ້ຽມຢາມທາງລັດຖະກິດຫວຽດນາມຕາມຄຳເຊີນຂອງທ່ານປະທານປະເທດຫວຽດນາມເຈືອງເຕີນຊາງ

ກະສັດມາເລເຊຍຢ້ຽມຢາມທາງລັດຖະກິດຫວຽດນາມຕາມຄຳເຊີນຂອງທ່ານປະທານປະເທດຫວຽດນາມເຈືອງເຕີນຊາງ - ảnh 1
ກະສັດ ມາ​ເລ​ເຊຍ Abdul Halim Muadzam Shah  ແລະ​ພະ​ລາຊາ​ນີ
ພາບ:internet

 (vovworld)- ວັນ​ທີ 5/9, ກະສັດ ມາ​ເລ​ເຊຍ Abdul Halim Muadzam Shah  ພ້ອມ​ດ້ວຍ​ພະ​ລາຊາ​ນີ ​ເດີນທາງ​ຮອດ​ ຮ່າ​ໂນ້ຍ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຫວຽດນາມ ​ແຕ່​ວັນ​ທີ 5-8/9 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ. ການ​ຢ້ຽມຢາມ​​​ແນ​ໃສ່​ສະ​ແດງ​ໃຫ້​ເຫັນ​ການ​ຖື​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານລະຫວ່າງ​ສອງ​ປະ​ເທດ ​ເປັນ​ສຳຄັນ, ​​ຂີດ​ໝາຍ  40 ປີ​​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ແລະ ​ແລກປ່ຽນ​ບາງ​ທິດ​ທາງ​ໃຫຍ່​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ການ​ຢ້ຽມຢາມ​ຫວຽດນາມ ຂອງ​ກະສັດ​ມາ​ເລ​ເຊຍ ​ແມ່ນ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ ຫວຽດນາມ ​ແລະ ມ​າ​ເລ​ເຊຍ, ພິ​ເສດ​ໃນ​ບັນດາ​ຂົງ​ເຂດ​ຫລັກ​ແຫ​ລ່ງຄື: ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ​ແຮງ​ງານ, ມຸ່ງ​ໄປ​ເຖິງ​ສ້າງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

 

 

ຂ່າວ/ບົດ​ອື່ນ