ກາ​ຊັກ​ສະ​ຖານ​ພວມ​ປະ​ເຊີນ​ໜ້າ​ກັ​ບ​ລັດ​ທິ​ການ​ກໍ່​ການ​ຮ້າຍ​ສາ​ກົນ

(VOVWORLD) -ທີ່ກອງປະຊຸມ, ທ່ານປະທານາທິບໍດີ ກາຊັກສະຖານ Kassym-Jomart Tokayev ໄດ້ຢັ້ງຢືນວ່າ ປະເທດນີ້ ໄດ້ຜ່ານຜ່າວິກິດການໃຫຍ່ທີ່ສຸດໃນປະຫວັດສາດ 30 ປີແຫ່ງການເອກະລາດຂອງຕົນ. 
ກາ​ຊັກ​ສະ​ຖານ​ພວມ​ປະ​ເຊີນ​ໜ້າ​ກັ​ບ​ລັດ​ທິ​ການ​ກໍ່​ການ​ຮ້າຍ​ສາ​ກົນ - ảnh 1ທ່ານປະທານາທິບໍດີ ລັດເຊຍ  Putin  (ພາບ: Reuters)

ວັນທີ 10 ມັງກອນ, ບັນດາການນຳຂອງອົງການສົນທິສັນຍາຮັກສາຄວາມໝັ້ນຄົງລວມໝູ່ (CSTO) ລວມມີ: ລັດເຊຍ, ກາຊັກສະຖານ, ອາກເມເນຍ, ເບລາຣຸດ, ກຽກກິດສະຖານ ແລະ ຕັດຈິກິດສະຖານ ໄດ້ຈັດຕັ້ງກອງປະຊຸມວິສາມັນແບບທາງໄກ ເພື່ອປຶກສາຫາລື ກ່ຽວກັບບັນດາມາດຖະການເພື່ອແນໃສ່ສ້າງສະຖຽນລະພາບ ຢູ່ ກາຊັກສະຖານ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານາທິບໍດີ ລັດເຊຍ  Putin ເນັ້ນໜັກວ່າ ກາຊັກສະຖານ ພວມປະເຊີນໜ້າກັບລັດທິການກໍ່ການຮ້າຍ ສາກົນ, ພ້ອມທັງເນັ້ນໜັກວ່າ ໃນຕົວຈິງໃຫ້ເຫັນວ່າ CSTO ອາດຈະມີການປະຕິກິລິຍາຢ່າງໄວວາ ແລະ ຂ້ຽວຂາດ. ກຳລັງຂອງຮັກສາສັນຕິພາບເອກະພາບຂອງກຸ່ມໄດ້ຈັດສົ່ງໄປຍັງ ກາຊັກສະຖານ.

ທີ່ກອງປະຊຸມ, ທ່ານປະທານາທິບໍດີ ກາຊັກສະຖານ Kassym-Jomart Tokayev ໄດ້ຢັ້ງຢືນວ່າ ປະເທດນີ້ ໄດ້ຜ່ານຜ່າວິກິດການໃຫຍ່ທີ່ສຸດໃນປະຫວັດສາດ 30 ປີແຫ່ງການເອກະລາດຂອງຕົນ. ເຖິງຢ່າງໃດກໍ່ຕາມ, ຄວາມເປັນລະບຽບຮຽບຮ້ອຍຂອງລັດຖະທຳມະນູນຢູ່ ກາຊັກສະຖານກໍ່ໄດ້ຮັບການຟື້ນຟູ ແລະ ຄວາມສ່ຽງຕໍ່ຄວາມໝັ້ນຄົງ ຂອງປະເທດກໍ່ໄດ້ຮັບການສະກັດກັ້ນແລ້ວ.

ແອັງຕູ, ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ