ກາຊັກສະຖານແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ ຢູ່ອາຊີກາງ

(VOVWORLD) - ຕອນເຊົ້າວັນທີ 21 ສິງຫາ, ຢູ່ທຳນຽບ ປະທານປະເທດທີ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບ ທ່ານປະທານາທິບໍດີ ກາຊັກສະຖານ Kassym-Jomart Tokayev ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20 – 22 ສິງຫາ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດຫວໍວັນເຖືອງ ແລະ ປະທານາທິບໍດີ ກາຊັກສະຖານ ໄດ້ດຳເນີນການເຈລະຈາ.

   ກາຊັກສະຖານແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ ຢູ່ອາຊີກາງ - ảnh 1ທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ ແລະ ທ່ານປະທານາທິບໍດີ ກາຊັກສະຖານ Kassym-Jomart Tokayev

     ທີ່ການພົບປະເຈລະຈາ, ທ່ານປະທານປະເທດ ຫວໍວັນເຖືອງຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ກາຊັກສະຖານ, ຖື ກາຊັກສະຖານ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ຢູ່ ອາຊີກາງ. ທ່ານປະທານປະເທດ ປາດຖະໜາວ່າ ກາຊັກສະຖານ ສະໜັບສະໜູນການເຈລະຈາ ເພື່ອຍົກລະດັບສັນຍາການຄ້າເສລີ ຫວຽດນາມ - ເອີລົບ (EAEU) ໂດຍໄວເພື່ອໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການຕົວຈິງ ແລະ ສ້າງກາລະໂອກາດໃໝ່ຫຼາຍກວ່າໃນການແລກປ່ຽນການຄ້າລະຫວ່າງ 2 ປະເທດ.

     ສ່ວນທ່ານປະທານາທິບໍດີ Kassym-Jomart Tokayev ຢືນຢັນວ່າ ລັດ ກາຊັກສະຖານ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ, ແລະ ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດທີ່ສຸດຢູ່ອາຊີ - ປາຊີຟິກ. ທ່ານປະທານາທິບໍດີ ກາຊັກສະຖານ ປາດຖະໜາວ່າ 2 ຝ່າຍສົມທົບກັນຢ່າງແໜ້ນແຟ້ນ ເພື່ອບັນລຸຄາດໝາຍວົງເງິນການຄ້າສອງສົ້ນ 1,5 ຕື້ USD ໃນປີ 2030; ສະເໜີສ້າງຕັ້ງສະພາວິສາຫະກິດຫວຽດນາມ - ກາຊັກສະຖານ.

   ກາຊັກສະຖານແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ ຢູ່ອາຊີກາງ - ảnh 2ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບ ທ່ານປະທານາທິບໍດີ ກາຊັກສະຖານ Kassym-Jomart Tokayev

     ຕອນບ່າຍວັນທີ 21 ສິງຫາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານປະທານາທິບໍດີ ກາຊັກສະຖານ Kassym-Jomart Tokayev ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ເນັ້ນໜັກວ່າ: ການຢ້ຽມຢາມ ແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນການພົວພັນ ທີ່ເປັນມູນເຊື້ອ ແລະຄວາມຫວັງລວມຂອງ 2 ປະເທດຢາກຊຸກຍູ້ການພັດທະນາການພົວພັນຢ່າງກ້ວາງເລິກ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ມິດຕະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາ ແລະ ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດເພື່ອນມິດ, ໃນນັ້ນຖືເປັນສຳຄັນການພົວພັນກັບ ກາຊັກສະຖານ. ຕີລາຄາສູງໝາກຜົນການພົບປະເຈລະຈາລະຫວ່າງປະທານາທິບໍດີ ກາຊັກສະຖານ ແລະ ການນຳຫວຽດນາມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ປຶກສາຫາລືກັບທ່ານປະທານາທິບໍດີ Kassym – Jomart Tokayev ກ່ຽວກັບຫຼາຍທິດທາງ ແລະ ມາດຕະການໃຫຍ່ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດໃຫ້ຂຶ້ນສູ່ໃນລະດັບສູງໃໝ່, ເພີ່ມທະວີການຮ່ວມມືຮອບດ້ານເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ພາກພື້ນ ແລະ ໃນໂລກ.

  ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ໄດ້ຕ້ອນຮັບທ່ານປະທານາທິບໍດີ ກາຊັກສະຖານ Kassym – Jomart Tokaev ພວມມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ຕີລາຄາສູງເລື່ອງ 2 ປະເທດຜັນຂະຫຍາຍປະຕິບັດສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພັນເສດຖະກິດອາຊີ-ເອີລົບ (EAEU) ຢ່າງມີປະສິດທິຜົນໃນໄລຍະຜ່ານມາ; ພ້ອມກັນນັ້ນ ກໍຢືນຢັນວ່າ 2 ຝ່າຍຍັງມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຫຼາຍຢ່າງເພີ່ມເຕີມແກ່ກັນເພື່ອພ້ອມກັນພັດທະນາ.      ທ່ານນາຍົກລັດຖະມົນຕີ ກໍ່ສະເໜີ ກາຊັກສະຖານ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາຜະລິດຕະພັນທີ່ເປັນທ່າແຮງຂອງ ຫວຽດນາມ ເຊັ່ນ: ຜະລິດຕະພັນກະເສດ, ສິນໃນນ້ຳ, ເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ເຄື່ອງເຟີນີເຈີ, ເຂົ້າເຖິງຕະຫຼາດ ກາຊັກສະຖານ.

    ຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດເວື່ອງດີງເຫວະ ກໍໄດ້ຕ້ອນຮັບທ່ານປະທານາທິບໍດີ ກາຊັກສະຖານ Kassym – Jomart Tokaev ພວມມາຢ້ຽມຢາມຫວຽດນາມ ຢ່າງສະໜິດສະໜົມ

ຕອບກັບ

ຂ່າວ/ບົດ​ອື່ນ