ກາຊັກສະຖານໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ-EAEU

ກາຊັກສະຖານໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ-EAEU - ảnh 1
ທ່ານ​ປະທານ​າທິບໍດີ ກາ​ຊັກ​ສະຖານ Nursultan Nazarbayev​
(ພາບອິນເຕີແນັດ)

(vovworld) - ​ ​ ວັນ​ທີ 24/02, ທ່ານ​ປະທານ​າທິບໍດີ ກາ​ຊັກ​ສະຖານ Nursultan Nazarbayev​ ເຊັນປະກາດ​ໃຊ້​ກົດໝາຍ​ໃຫ້​ສັດຕະຍາບັນ​ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ ຫວຽດນາມ ​ແລະ ພັນທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ (EAEU). ສັນຍາ​ການ​ຄ້າ​ນີ້ ​ໄດ້​ເຊັນ​ໃນ​ວັນ​ທີ 29/05/2015 ​ຢູ່ Burabay (ກາ​ຊັກ​ສະຖານ) ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ຝ່າຍ. ຕາມ​ສັນຍາ​ແລ້ວ, ການ​ຄ້າ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ EAEU ລວມມີ (ລັດ​ເຊຍ, ​ເບ​ລາຣຸດ, ກາ​ຊັກ​ສະຖານ, ອາກ​ເມ​ນີ, ກຽກກີ​ສະຖານ) ​ແລະ ສິນຄ້າ​ເກືອບ​ທຸກ​ປະ​ເພດ​ຂອງ ຫວຽດນາມ ກໍ່​ໄດ້ຮັບການຍົກ​ເວັ້ນພາສີ​. ສັນຍາ​ກໍ່​ໜູນ​ໃຊ້​ບັນດາ​ມາດ​ຕະການປົກ​ປ້ອງ, ຕ້ານການບຸບລາຄາ ​ແລະ ຊົດ​ເຊີຍ​ໃຫ້​ຖືກ​ຕາມ​ຂໍ້​ກຳນົດ​ຂອງ​ອົງການ​ການ​ຄ້າ​ໂລກ (WTO). ນີ້​ແມ່ນ FTA ທຳ​ອິດ​ຂອງ EAEU ກັບປະ​ເທດ​ໜຶ່ງ.

        ດ້ວຍ​ສັນຍາ​ດັ່ງກ່າວ, ກະຊວງ​ເສດຖະກິດ ກາ​ຊັກ​ສະຖານ ​ເອົາ​ໃຈ​ໃສ່​ເຖິງ​ແງ່​ຫວັງສົ່ງ​ອອກສິນຄ້າ​ຫລາຍປະ​ເພດ​ມາ ຫວຽດນາມ, ກ່ອນ​ອື່ນ​ໝົດ​ແມ່ນສະບຽງ​ອາຫານ - ​ແປ້ງ​ເຂົ້າ​ບະ​ເລ, ທັນ​ຍາ​ຫານ, ເຫຼົ້າ, ນ້ຳນົມ, ຊີ້ນ​ງົວ. ທ່ານ Timur Jaksylykov ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ເສດຖະກິດ ກາ​ຊັກ​ສະຖານ ​ໃຫ້​ຮູ້​ວ່າ: ກ່ຽວ​ກັບ​ສັງ​ລວມ ພື້ນຖານ​ເສດຖະກິດ​ປະ​ເທດ​ນີ້​ເວົ້າ​ລວມ​ແມ່ນ ມີ​ຜົນ​ປະ​ໂຫຍ​ດ ຈາກ​ສັນຍາ. ຕາມ​ຕົວ​ເລກ​​ເຊິ່ງໄດ້​ທ່ານ​ຍົກ​ອອກ​ແລ້ວ, ວົງ​ເງິນ​ສິນຄ້າລະ​ຫວ່າງ ຫວຽດນາມ ​ແລະ ກາ​ຊັກ​ສະຖານ ປີ 2015 ບັນລຸ 205 ລ້ານ USD.


ຂ່າວ/ບົດ​ອື່ນ