ກາຕາ ກ່າວຫາ UAE ລະເມີດເຂດນ່ານຟ້າ

(VOVWORLD) - ໃນການຜັນແປໜຶ່ງ ທີ່ອາດຈະເຮັດໃຫ້ຄວາມເຄັ່ງຕຶງຢູ່ເຂດອ່າວ ເປີເຊຍ ສືບຕໍ່ປີນຂັ້ນໄດ, ຫວ່າງແລ້ວນີ້ ກາຕາ ໄດ້ຮ້ອງທຸກຂຶ້ນສະຫະປະຊາຊາດ ກ່າວຫາເຮືອບິນທະຫານຂອງ ສະຫະລັດ ອາຣັບ ເອມີເລັດ (UAE) ລະເມີດເຂດນ່ານຟ້າຂອງປະເທດນີ້.

ວັນທີ 12 ມັງກອນ, ສຳນັກຂ່າວສານແຫ່ງລັດ ກາຕາ QNA ໃຫ້ຮູ້ວ່າ: ເອກອັກຄະລັດຖະທູດ ກາຕາ ປະຈຳສະຫະປະຊາຊາດໄດ້ສົ່ງຈົດໝາຍເຖິງທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ແລະ ປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ. ທ່ານນາງເອກອັກຄະລັດຖະທູດ Alia Ahmeb bin Saif Al – Than ໃຫ້ຮູ້ວ່າ:  ເຮືອບິນ UAE ໄດ້ບິນເຂົ້າເຂດນ່ານຟ້າ ກາຕາ ຊຶ່ງບໍ່ໄດ້ແຈ້ງກ່ອນ ຫຼື ໄດ້ຮັບການອະນຸຍາດຈາກວົງການເຈົ້າໜ້າທີ່ ກາຕາ. ທ່ານນາງ Alia Ahmeb bin Saif Al – Than ຕຳ ໜິຕິຕຽນການກະທຳດັ່ງກ່າວ ແມ່ນການລະເມີດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ກາຕາ ກໍ່ຄືບັນດາມາດຕາຂອງກົດໝາຍ, ສັນຍາ, ກົດບັດ ແລະ ຂໍ້ກຳນົດຂອງສາກົນ. ປັດຈຸບັນ, ບັນດາເຈົ້າໜ້າທີ່ UAE ຍັງບໍ່ທັນຍົກອອກຄຳວິຈານໃດໆ ກ່ຽວກັບຂໍ້ມູນຂ່າວດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ