ກາຕາ ຕຳໜິຕິຕຽນ ອາຣັບບີ ຊະອຸດິ ຈັບຕົວພົນລະເມືອງປະເທດນີ້ 1 ຄົນ

(VOVWORLD) - ວັນທີ 03 ພຶດສະພາ, ກາຕາ ໄດ້ກ່າວຫາ ອາຣັບບີ ຊະອຸດິ ວ່າ “ລະເມີດ” ກົດໝາຍ ພາຍຫລັງວົງການເຈົ້າໜ້າທີ່ ອາຣັບບີ ຊະອຸດິ ໄດ້ຈັບຕົວພົນລະເມືອງ ກາຕາ ຄົນໜຶ່ງທີ່ພວມເດີນທາງກັບເມືອປະເທດຈາກ ເຢແມນ.
ກາຕາ ຕຳໜິຕິຕຽນ ອາຣັບບີ ຊະອຸດິ ຈັບຕົວພົນລະເມືອງປະເທດນີ້ 1 ຄົນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ກາຕາ Sheikh Mohammed bin Abdulrahman Al-Thani. ພາບ: AFP/TTXVN

ຖະແຫຼງການຂອງກະຊວງການຕ່າງປະເທດ ກາຕາ ຊີ້ແຈ້ງວ່າເລື່ອງວົງການເຈົ້າໜ້າທີ່ ອາຣັບບີ ຊະອຸດິ ເມື່ອວັນທີ 21 ເມສາ ໄດ້ຈັບຕົວພົນລະເມືອງ ກາຕາ, Mohsen Saleh Saadoun al-Qurabi ໃນຂະນະທີ່ຜູ້ກ່ຽວ ພວມກັບເມືອປະເທດຈາກ ເຢແມນ, ບ່ອນທີ່ລາວໄປຢ້ຽມຢາມຄອບຄົວ, ເຊິ່ງບໍ່ມີບໍ່ວ່າການກ່າວຫາໃດນອກຈາກ “ການລະເມີດກົດໝາຍແຫ່ງຊາດ”. ກາຕາ ຮຽກຮ້ອງປ່ອຍຕົວພົນລະເມືອງຜູ້ນີ້ ພ້ອມທັງຖືວ່າ: ອາຣັບບີ ຊະອຸດິ ຕ້ອງຮັບຜິດຊອບກ່ຽວກັບຄວາມປອດໄພຂອງຜູ້ກ່ຽວ. ຕາມກະຊວງການຕ່າງປະເທດ ກາຕາ ແລ້ວ, ພົນລະເມືອງ al-Qurabi ເປັນຊ້ຳເຮື້ອ ແລະ ຄວນໄດ້ຮັບການປິ່ນປົວຢ່າງຕໍ່ເນື່ອງ

        ໃນຂະນະນັ້ນ, ຊ່ອງໂທລະພາບ Al-Arabiya ຂອງ ອາຣັບບິ ຊະອຸດິ ໃຫ້ຂ່າວວ່າ ບັນດາກຳລັງລັດຖະບານ ເຢແມນ ໄດ້ຈັບຕົວ al-Qurabi ໃນຂະນະທີ່ຜູ້ກ່ຽວພວມຊອກຫາວິທີຂ້າມຊາຍແດນ ເຢແມນ ໄປຍັງ ໂອມັນ .

ຕອບກັບ

ຂ່າວ/ບົດ​ອື່ນ