ກາຕາ ຢັ້ງຢືນຮັກສາກົດລະບຽບສະມາຊິກ GCC

(VOVWORLD) - ໂດຍບໍ່ຫົວຊາຕໍ່ການປະທະກັນກັບບັນດາປະເທດບ້ານໃກ້ເຮືອນຄຽງເຊິ່ງເປັນສະມາຊິກຂອງສະພາການຮ່ວມມືເຂດອ່າວເປີເຊຍ (GCC), ກາຕາ ບໍ່ມີເຈດຈຳນົງຖອນຕົວອອກຈາກອົງການຈັດຕັ້ງພາກພື້ນນີ້.

ຖະແຫຼງໃນວັນທີ 16 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ກາຕາ Mohammed bin Abdulrahman bin Jassim Al Thani ຢັ້ງຢືນວ່າ Doha ຍັງຄົງສືບຕໍ່ຮັກສາກົດລະບຽບສະມາຊິກໃນ GCC, ປັດຈຸບັນລວມມີ 6 ປະເທດແມ່ນ ບາເຣັນ, ຄູເວດ, ໂອມານ, ກາຕາ, ອາຣັບບິ ຊະອຸດິ ແລະ ສະຫະລັດ ອາຣັບ ເອມີເລດ (UAE).

        GCC ໄດ້ຮັບການສ້າງຕັ້ງແຕ່ປີ 1981,  GCC ແມ່ນສະຫະພັນເສດຖະກິດ ແລະ ການເມືອງລະຫວ່າງ 6 ປະເທດດັ່ງກ່າວ. ເຖິງຢ່າງໃດກໍ່ຕາມ, ການພົວພັນລະຫວ່າງບັນດາປະເທດສະມາຊິກເລີ່ມຖືກແຕກແຫງນັບແຕ່ເດືອນ ມິຖຸນາ 2017 - ຍ້ອນ 4 ປະເທດ ອາຣັບບິ ຊະອຸດິ, ອີຢິບ, ສະຫະລັດ ອາຣັບ ເອມີເລດ ແລະ ບາເຣັນ ໄດ້ຈັດວາງບັນດາມາດຕະການລົງໂທດດ້ານເສດຖະກິດ, ຕັດສາຍພົວພັນດ້ານການທູດ ແລະ ການຄ້າກັບ ກາຕາ ດ້ວຍຄຳກ່າວຫາ Doha ສະໜັບສະໜູນບັນດາກຸ່ມກໍ່ການຮ້າຍໃນພາກພື້ນ ແລະ ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດດັ່ງກ່າວ ເຮັດໃຫ້ເກີດວິກິດການດ້ານການທູດທີ່ບໍ່ເຄີຍມີມາກ່ອນລະຫວ່າງບັນດາປະເທດເຂດອ່າວເປີເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ