ກາຕາ ຢືນຢັນຄຳສັ່ງລົງໂທດຂອງ 4 ປະເທດອາຣັບ “ລະເມີດກົດໝາຍສາກົນ”

(VOVWORLD) - ວັນທີ 31 ກໍລະກົດ, ທ່ານ Cheikh Mohamed bin Abdelrahman Al-Thani ລັດຖະມົນຕີການຕ່າງປະເທດ ກາຕາ ຖະແຫຼງວ່າ: 4 ປະເທດອາຣັບເຊິ່ງລວມມີ:  ອີຢິບ, ອາຣັບບິ ຊະອຸດິ, ສະຫະລັດ ອາຣັບ ເອມິເລັດ (UAE) ແລະ ບາເຣັນ, ໄດ້ຕັດການພົວພັນກັບ ໂດຮາ ແລະ ເນັ້ນໜັກວ່າ: ຄຳສັ່ງລົງໂທດຂອງ 4 ປະເທດນີ້ “ລະເມີດກົດໝາຍສາກົນ”.  

ກາຕາ ຢືນຢັນຄຳສັ່ງລົງໂທດຂອງ 4 ປະເທດອາຣັບ “ລະເມີດກົດໝາຍສາກົນ” - ảnh 1

 ທ່ານ Cheikh Mohamed bin Abdelrahman Al-Thani ລັດຖະມົນຕີການຕ່າງປະເທດ ກາຕາ 

(ພາບ: AFP/TTXVN)

ທ່ານ Al-Thani ກ່າວຫາວ່າ 4 ປະເທດອາຣັບ ປະຕິບັດ “ນະໂຍບາຍທີ່ແຂງກະດ້າງ” ແລະ ປະຕິເສດຮັບຮູ້ມາດຕະການລົງໂທດຕ້ານ ກາຕາ ແມ່ນ “ຜິດກົດໝາຍ”. ພາຍຫຼັງໂຮມປະຊຸມຢູ່ ມານາມາ, ປະເທດ ບາເຣັນ, ລັດຖະມົນຕີການຕ່າງປະເທດຂອງ 4 ປະເທດ ໄດ້ຖະແຫຼງປະກາດຈະສືບຕໍ່ຂວ້ຳບາດ ກາຕາ ແລະ ຈະບໍ່ຖອນຄືນບັນດາຄຳຮຽກຮ້ອງສຳລັບປະເທດນີ້. ບັນດາປະເທດ ອາຣັບ ກໍ່ຖະແຫຼງກຽມພ້ອມຈະເຈລະຈາກັບ ກາຕາ ເພື່ອແນໃສ່ແກ້ໄຂການຂັດແຍ້ງກັນ “ດ້ວຍເງື່ອນໄຂ ໂດຮາ ຕ້ອງຍອມຮັບຄຳຮຽກສິດເຊິ່ງລວມມີ 13 ຂໍ້” ໃນນັ້ນມີການຢຸດຕິການອຸປະຖຳໃຫ້ລັດທິກໍ່ການຮ້າຍ ແລະ ແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນ. ກຸ່ມ 4 ປະເທດ ອາຣັບ ຄັດຄ້ານ ກາຕາ ຢືນຢັນວ່າບັນດາມາດຕະການລົງໂທດຕ້ານ ໂດຮາ ໄດ້ຮັບຖືວ່າແມ່ນ “ການກະທຳອະທິປະໄຕແຫ່ງຊາດ”, ເໝາະສົມກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ