ກາຕາ, ອີຢິບ ດຳເນີນການເຈລະຈາຢຸດຍິງຢູ່ເຂກ ກາຊາ

(VOVWORLD) - ບັນດາການເຈລະຈາຄາດວ່າຈະໄດ້ດຳເນີນໃນອາທິດໜ້າຢູ່ ໂດຮາ ແລະ ກາຍໂຣ ເພື່ອແນໃສ່ຊອກຫາວິທີບັນລຸຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ.

ວັນທີ 25 ກຸມພາ, ສື່ມວນຊົນ ອີຢິບ ໄດ້ໃຫ້ຂ່າວວ່າ ກາຕາ ແລະ ອີຢິບ ຈະດຳເນີນການເຈລະຈາ ສອງຮອບກ່ຽວກັບຂໍ້ຕົກລົງຢຸດຍິງລະຫວ່າງຂະບວນການອິດສະລາມ ຮາມາດ ແລະ ອິດສະຣາແອນ ຢູ່ເຂດ ກາຊາ.

ຕາມນັ້ນແລ້ວ, ສຳນັກຂ່າວສານ Al-Qahera News ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ ອີຢິບ ຄົນໜຶ່ງທີ່ບໍ່ເຜີຍຊື່ ໂດຍໃຫ້ຮູ້ວ່າ: ບັນດາການເຈລະຈາຄາດວ່າຈະໄດ້ດຳເນີນໃນອາທິດໜ້າຢູ່ ໂດຮາ ແລະ ກາຍໂຣ ເພື່ອແນໃສ່ຊອກຫາວິທີບັນລຸຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ. ເນື້ອໃນຂໍ້ຕົກລົງນີ້ໄດ້ຮັບຄວາມຫວັງ ຈະລວມມີການຢຸດຕິການປະທະກັນ, ການປ່ອຍຕົວປະກັນຊາວ ອິດສະຣາແອນ, ປ່ອຍຕົວບັນດານັກໂທດ ປາແລດສະຕິນ ໃຫ້ເປັນອິດສະຫຼະ ແລະ ເພີ່ມທະວີການຊ່ວຍເຫຼືອມະນຸດສະທຳຢູ່ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ