ການກໍ່ການຮ້າຍບຸກໂຈມຕີສະໜາມບິນKarachi,Pakistan

ການກໍ່ການຮ້າຍບຸກໂຈມຕີສະໜາມບິນKarachi,Pakistan - ảnh 1
ຄວັນດຳຈາກສະໜາມບິນ Jinnah ພາຍຫຼັງເຫດວາງລະເບີດ ແລະ ປະທະກັນຄັ້ງຕ່າງໆ
(ພາບ: Reuters)

(vovworld) –  ຕ​ອນ​ເຊົ້າ​ວັນ​ທີ 9/6, ທະຫານ Pakistan ຖະ​ແຫຼ​ງຢຸດຕິ​ບັ້ນ​ຮົບ​ປະກອບ​ອາວຸດປາບ​ປາມ​ບັນດາ​ພາກສ່ວນ​ບຸກ​ໂຈມ​ຕີ​ສະໜາມ​ບິນ Jinnah  ຢູ່​ນະຄອນ Karachi, ພ້ອມ​ທັງ​ຄວບ​ຄຸມ​ສະພາບ​ການ​ຢູ່​ທີ່​ນີ້. ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ Pakistan ​ໄດ້ກວາດ​ລ້າງ​ບັນດາ​​ມື​ປືນທັງ​ໝົດ​ອອກ​ຈາກ​ສະໜາມ​ບິນ ​ແລະ ບໍ່​ມີ​ເຮືອບິນ​ລຳ​ໃດ​ຖືກ​​ເປເພ. ຢ່າງ​ໜ້ອຍ​ສຸດ​ມີ​ມື​ປືນ 10 ຄົນ​ຖື​ກດັບສູນ. ຕອນ​ຄຳ່​ວັນ​ທີ 8/6, ບັນດາ​ມື​ປືນ​ທີ່​ປະກອບ​ອາວຸດ​ໄດ້ ບຸກ​ໂຈມ​ຕີ​ສະໜາມ​ບິນ​ຢູ່​ນະຄອນ Karachi, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 5 ຄົນ​ເສຍ​ຊີວິດ ​ແລະ ໜຶ່ງ​ຄົນ​​ຮັບ​ບາ​ດ​ເຈັບ. ທຸກ​ຖ້ຽວ​ບິນ​ໄປ - ກັບ​ຢູ່​ສະໜາມ​ບິ​ນຕ້ອງ​ຢຸດຕິ​ໄວ້​ຍ້ອນ​ການ​ບຸກ​ໂຈມ​ຕີ. ປະຈຸ​ບັນ, ຍັງ​ບໍ່​ທັນ​ມີອົງການ​ໃດ​ກ່າວ​ຮັບຜິດຊອບ​ດຳ​ເນີນ​ການ​ບຸກ​​ໂຈມ​ຕີ​ເທື່ອ.

 



ຂ່າວ/ບົດ​ອື່ນ