ການ​ກໍ່​ລັດ​ຖະ​ປະ​ຫານ​ການ​ທະ​ຫານ​ຢູ່ Gabon: ບັນ​ດາ​ການ​ນຳ ເອີ​ຣົບ ພວມ​ຊອກ​ຫາ​ວິ​ທີ​ຮັບ​ມື. ປະ​ຊາ​ຄົມ​ສາ​ກົນ​ມີ​ຄວາມ​ວິ​ຕົກ​ກັງ​ວົນ

(VOVWORLD) -    ຕອນຄ່ຳວັນທີ 31 ສິງຫາ, ພາຍຫຼັງກອງປະຊຸມວິສາມັນຂອງ ສະຫະພາບອາຟະລິກາ  (AU), ອົງການນີ້ ໄດ້ຕົກລົງຢຸດຕິການເຂົ້າຮ່ວມຂອງ Gabon ໃນທຸກການເຄື່ອນໄຫວຂອງ  AU ຈົນຮອດຈຸດເວລາໃດທີ່ຄວາມເປັນລະບຽບຮຽບຮ້ອຍຂອງລັດຖະທະທຳມະນູນ ຢູ່ ປະເທດນີ້ ໄດ້ຮັບການຟື້ນຟູ. 
ການ​ກໍ່​ລັດ​ຖະ​ປະ​ຫານ​ການ​ທະ​ຫານ​ຢູ່ Gabon: ບັນ​ດາ​ການ​ນຳ ເອີ​ຣົບ ພວມ​ຊອກ​ຫາ​ວິ​ທີ​ຮັບ​ມື. ປະ​ຊາ​ຄົມ​ສາ​ກົນ​ມີ​ຄວາມ​ວິ​ຕົກ​ກັງ​ວົນ - ảnh 1ກຳລັງປ້ອງກັນຄວາມສະຫງົບ Gabon ລາດຕະເວນນະຄອນຫຼວງ  Libreville (ພາບ: AFP/TTXVN)

ກໍໃນວັນທີ 31 ສິງຫາ, ປະຊາຄົມເສດຖະກິດບັນດາປະເທດ ອາຟະລິກາກາງ (ECCAS) ໄດ້ອອອກຖະແຫຼງການຮຽກຮ້ອງໃຫ້ສ້າງຄວາມເປັນລະບຽບຮຽບຮ້ອຍຂອງລັດຖະທຳມະນູນ ຢູ່ Gabon ຄືນໃໝ່ຢ່າງວ່ອງໄວ, ພ້ອມທັງກ່າວປະນາມການໃຊ້ຄວາມຮຸນແຮງເໝືອນດັ່ງພາຫະນະເພື່ອແກ້ໄຂການປະທະກັນດ້ານການເມືອງ. ຖະແຫຼງການດັ່ງກ່າວໃຫ້ຮູ້ວ່າ ຄາດວ່າປະຊາຄົມເສດຖະກິດບັນດາປະເທດ ອາຟະລິກາກາງ ຈະໂຮມປະຊຸມບັນດາການນຳລັດຂອງບັນດາປະເທດໃນກຸ່ມ  ເພື່ອປຶກສາຫາລືກ່ຽວກັບແບບວິທີຮັບມື, ແຕ່ວ່າ ບໍ່ໄດ້ເຜີຍວັນເວລາລະອຽດ.

        ສ່ວນປະຊາຄົມສາກົນ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຂອງ ສະຫະພາບເອີຣົບ (EU) ທີ່ຮັບຜິດຊອບກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ, ໃຫ້ຮູ້ວ່າ ອີຢູ “ມີຄວາມວິຕົກກັງວົນຢ່າງເລິກເຊິ່ງ” ຕໍ່ສະພາບການຢູ່ປະເທດ ອາຟະລິກາ ກາງນີ້.  ປັດຈຸບັນ, ບັນດານັກການທູດຂອງ ເອີຣົບ ພວມປຶກສາຫາລືເພື່ອຊອກຫາທິດທາງແກ້ໄຂວິກິດການຢູ່ Gabon.

        ໃນການຜັນແປຫຼ້າສຸດຢູ່ Gabon, ວັນທີ 31 ສິງຫາ, ອຳນາດການປົກຄອງທະຫານ ໄດ້ແຈ້ງໃຫ້ຊາບວ່າ ຈະດຳເນີນພິທີຮັບດຳລົງຕຳແໜ່ງປະທານາທິບໍດີຊົ່ວຄາວ ສຳລັບນາຍພົນ Brice Oligui Nguema, ປະທານຄະນະກຳມະການໄລຍະປ່ຽນຜ່ານ ແລະ ຟື້ນຟູລະບອບລະບຽບການ ໃນວັນທີ 04 ກັນຍາ ຈະມາເຖິງ. 

ບາທີ - ນັກຂ່າວ VOV ປະຈຳ ອີຢິບ.

ຕອບກັບ

ຂ່າວ/ບົດ​ອື່ນ