ການກະກຽມໃຫ້ງານບຸນນະມັດສະການວັດເຮືອງ ປີ 2015

ການກະກຽມໃຫ້ງານບຸນນະມັດສະການວັດເຮືອງ ປີ 2015 - ảnh 1
ງານ​ບຸນ​ນະມັດສະການວັດ​ເຮືອງ ປີ 2015
(ພາບປະກອບ)


(vovworld) – ງານ​ບຸນ​ນະມັດສະການວັດ​ເຮືອງ ປີ 2015, ​ແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ບຸນ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່ ​ແລະ ​ແກ່ຍາວ​ກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ, ​ເຊິ່ງຈະຈັດ​ຂຶ້ນ​ແຕ່ວັນ​ທີ 24/02 (ວັນ​ທີ 6 ​ເດືອນ​ຈ່ຽງ). ດ້ວຍ​ຫົວ​ຂໍ້​ວ່າ​ “ງານ​ບຸນ​​ແຫ່ງ​ລະບຽບ​ວິ​ໄນ - ອະລິຍະ​ທຳ​​​ແຫ່ງການທ່ອງ​ທ່ຽວ”, ປະຈຸ​ບັນ, ວຽກ​ງານ​ກະກຽມ​ທຸກ​ຢ່າງ​ລ້ວນ​ແຕ່ໄດ້​ຮັບ​ການ​ກວດກາ​ຢ່າງ​ແໜ້ນ​ແຟ້ນ. ທ່ານ ຫງວຽນ​ວັນ​ເຮົາ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ມີ້​ດຶກ, ນະຄອນ​ຮ່າ​ໂນ້ຍ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ບຸນ​ວັດ​ເຮືອງ ​ໃຫ້​ຮູ້​ວ່າ, ຄະນະ​ຈັດ​ຕັ້ງ​ງານ​ບຸນ ​ໄດ້​ສ້າງ​ບັນດາ​ແຜນ​ການ​ເພື່ອ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ໃຫ້​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ງານບຸນນະມັດສະການ​ວັດ​ເຮືອງ, ກໍ່​ຄື​ຮັບປະກັນ​ຄວາມ​ປອ​ດ​ໄພ​ທາງ​ນ້ຳ, ຮັບປະກັນ​​ມີ​ເຮືອ​ຢ່າງ​ພຽງ​ພໍ ເພື່ອ​ຕອບສະໜອງຄວາມ​ຕ້ອງ​ການ​ໄປມາ​ຂອງ​ນັກ​ທ່ອງ​ທ່ຽວ. ພ້ອມ​ກັນ​ນັ້ນ, ຄະນະ​ຈັດ​ຕັ້ງ​ຍັງຈັດບັນດາໜ່ວຍລາດຕະ​ເວນ​ ເພື່ອ​ຮັບ​ຂໍ້​ມູນ​ຂ່າວຈາກ​ນັກ​ທ່​ອງທ່ຽວ.

ຂ່າວ/ບົດ​ອື່ນ