ການ​ກະ​ທຳ, ກໍ່​ສ້າງ​ຫວຽດ​ນາມຂຽວ, ໜ່ວຍ​ໂລກ​ຂຽວ

(VOVWORLD) -ຕອນເຊົ້າວັນທີ 23 ມີນາຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ຈັດພິທີປຸກລະດົມລະດັບຊາດ ຕອບສະໜອງວັນນ້ຳໂລກ ຄືວັນທີ 22 ມີນາ, ວັນອຸຕຸນິຍົມ ໂລກຄືວັນທີ 23 ມີນາ ແລະ ບັ້ນມອດໄຟໂລກ ປີ 2022.
ການ​ກະ​ທຳ, ກໍ່​ສ້າງ​ຫວຽດ​ນາມຂຽວ, ໜ່ວຍ​ໂລກ​ຂຽວ - ảnh 1ພິທີປຸກລະດົມລະດັບຊາດ ຕອບສະໜອງວັນນ້ຳໂລກ ຄືວັນທີ 22 ມີນາ, ວັນອຸຕຸນິຍົມ ໂລກຄືວັນທີ 23 ມີນາ ແລະ ບັ້ນມອດໄຟໂລກ ປີ 2022 (ພາບ: ເຄືອງຈຸງ)

ພິທີປຸກລະດົມປີນີ້ໄດ້ຈັດຂຶ້ນໂດຍກົງ ແລະ ມີການເຊື່ອມຕໍ່ກັບ 500 ສະຖານທີ່ໃນທົ່ວປະເທດ. ຫົວຂໍ້ຂອງວັນນ້ຳ, ວັນອຸຕຸນິຍົມໂລກ ແລະ ບັ້ນມອດໄຟໂລກປີນີ້ຕາມລຳດັບແມ່ນ “ນ້ຳບາດານ - ຫັນແຫຼ່ງຊັບພະຍາກອນທຳມະຊາດນາມມະທຳເປັນ ຮູບປະທຳ”, “ກ່າວເຕືອນໄວເພື່ອມີການກະທຳໄວ - ຂໍ້ມູນອຸຕຸນິຍົມອຸທົກກະສາດ ແລະ ດິນຟ້າອາກາດຮັບໃຊ້ການຫຼຸດຜ່ອນຄວາມສ່ຽງໄພທຳມະຊາດຢ່າງມີປະສິດທິຜົນ”; “ສ້າງອະນາຄົດ - ປັດຈຸບັນ ຫຼື ບໍ່ມີຍາມໃດ”. ຫົວຂໍ້ເຫຼົ່ານີ້ໄດ້ຜູກພັນຢ່າງສະໜິດແໜ້ນນຳກັນ ເພື່ອຮຽກຮ້ອງຄວາມເອົາໃຈໃສ່ຈາກປະຊາຄົມເພື່ອເພີ່ມທະວີມາດຕະການ, ສ້າງແຜນການ, ຍຸດທະສາດ, ການກະທຳຕ່າງໆໃຫ້ທັນການ. ນີ້ກໍ່ແມ່ນສານຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ທີ່ສົ່ງມາພິທີປຸກລະດົມ. ທ່ານກ່າວວ່າ:

ຂ້າພະເຈົ້າຮຽກຮ້ອງໃຫ້ປະຊາຊົນທຸກຄົນ, ທຸກອົງການຈັດຕັ້ງການເມືອງສັງຄົມ ຈົ່ງເປັນເຈົ້າກຳສຳຄັນທີ່ສຸດເພື່ອຮັບປະກັນຄວາມສຳເລັດຂອງບັ້ນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະຕິບັດເປົ້າໝາຍແບບຍືນຍົງ. ປະຊາຊົນແຕ່ລະຄົນຈົ່ງມີການກະທຳ, ມີຄວາມຮັບຜິດຊອບກ່ວາອີກໃນການນຳໃຊ້ແຫຼ່ງນ້ຳຢ່າງອັດສະລິຍະ, ປະຢັດ, ຮັບປະກັນຄວາມໝັ້ນຄົງຂອງນ້ຳ, ການຫາເງິນລ້ຽງຊີບໂດຍອີງໃສ່ນ້ຳ ແລະ ຫ້າວຫັນຕັ້ງໜ້າເຂົ້າຮ່ວມປົກປັກຮັກສາສະພາບແວດລ້ອມແຫ່ງການດຳລົງຊີວິດຂຽວ, ສະອາດ, ສວຍງາມ ປະຕິບັດ ໂຄງການປູກຕົ້ນໄມ້ 1 ຕື້ຕົ້ນຮອດປີ 2025 ໃຫ້ສຳເລັດ. ປັດຈຸບັນນີ້, ຮອດເວລາທີ່ພວກເຮົາຕ້ອງມີການກະທຳເພື່ອສ້າງຫວຽດນາມຂຽວ, ໜ່ວຍໂລກຂຽວ. ຈົ່ງສາມັກຄີ, ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວກັນ, ເປັນເອກະພາບຕໍ່ການກະທຳຢ່າງແຮງ, ປົກປ້ອງການຫາເງິນລ້ຽງຊີບໃຫ້ແກ່ວົງຄະນະຍາດຊຸມຊົນ, ຮັບປະກັນຄວາມໝັ້ນຄົງແຫຼ່ງນ້ຳແຫ່ງຊາດໃນປັດຈຸບັນ ແລະ ອະນາຄົດ. ບໍ່ປະຜູ້ໃດຖືກຕົກຢູ່ທາງຫຼັງ.

ກໍ່ທີ່ພິທີປຸກລະດົມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມອບລາງວັນການເສັງ “ອຸຸຕຸນິຍົມອຸທົກກະສາດໃນກະໂຕນ້ອງ” ທີ່ຈັດໃຫ້ສະເພາະພວກນ້ອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ ໃນຂອບເຂດທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ