ການກະທຳຂອງEUກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ

ການກະທຳຂອງEUກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ - ảnh 1
ການ​​ກະ​ທຳ​ຂອງ EU ກ່ຽວ​ກັບ​ການ​ຮັບ​ມື
ກ​ັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່​ຫວຽດ​ນາມ
(ພາບ: dangcongsan)

(vovworld) – ການ​​ກະ​ທຳ​ຂອງສະຫະ​ພາບ​ເອີ​ລົບ (EU) ກ່ຽວ​ກັບ​ການ​ຮັບ​ມືກ​ັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່​ຫວຽດ​ນາມ, ນີ້ແມ່ນ​ຫົວ​ຂ​ໍ້​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ​ໂດຍ​ຄະ​ນະ​ຜູ້​ຕາງ​ໜ້າ EU ປະ​ຈຳ​ຫວຽດ​ນາມ ແລະ ບັນ​ດາ​ສະ​ຖານ​ທູດ​ແບນ​ຊິກ, ແດນ​ມາກ, ຝ​ລັ່ງ, ອີ​ຕາ​ລີ… ພ້ອມ​ກັນ​ຈັດ​ຕັ້ງ​​ຂຶ້ນໃນ​ຕອ​ນ​ເຊົ້າ​ວັນ​ທີ 20/11, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນ​ີ້, ທ່ານ ເຈີນ​ຮົ່ງ​ຮ່າ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ​່ງ​ແວດ​ລ້ອມ​ຫວຽດ​ນາມ ຊ​ີ້​ແຈ້ງວ່າ, ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ​ສ້າງ​ບັນ​ດາ​ນະ​ໂຍ​ບາຍ ກ​ໍ​ຄື​ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ປະ​ຈຸ​ບັນ, ຫວຽດ​ນາມ ພວມ​​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ດ້ວຍ​ຕົ​ນ​ເອງ ກ່ຽວ​ກັບ​ການ​ຫຼຸດ​ຜ່ອນ​​​ການ​ປ່ອຍ​ອາຍ​​ພິ​ດ​ເຮືອນ​ແກ້ວ 8% ໃນ​ປີ 2030 ແລະ ພວມ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ, ປະ​ກອບ​ເນື້ອ​ໃນ​ແຜນ​ການ​ຄາດ​ຄະ​ເນ ໂດຍ​ສະ​ພາ​ແຫ່ງ​ຊາດ​ຕັດ​ສິນ​ເອງ (INDC), ເອ​ກະ​ສານ​ສະ​ແ​ດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ໂລກ ຕ້ານ​ຄືນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທົ່ວ​ໂລກ. ທ່ານ​ ເຈີນ​ຮົ່ງ​ຮ່າ ໃຫ້​ຮູ້​ວ່າ.

      “ເພື່ອ​ຜັນ​ຂະ​ຫຍາຍ INDC, ຫວ​ຽດ​ນາມ ໄດ້​ກະ​ກຽ​ມ​ທຸກ​ດ້ານ, ຈາກ​ລະ​ບອບ, ແຫຼ່ງ​ຊັບ​ພະ​ຍ​າ​ກອນ​ມະ​ນຸດ, ການ​ເງິນ, ເຕັກ​ໂນ​ໂລ​ຊ​ີ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເພື່ອ​ບັນ​ລ​ຸ​ໄດ້​ຄວາມ​ມຸ່ງ​ຫວັງ​ທີ່​ໃຫຍ່​ຫຼວງກວ່າ,​ ຫຼຸດ​ຜ່ອນ​​ການ​ປ່ອຍ​ອາຍພິດ​ເຮືອນ​ແກ້ວ​ລົງ 25%, ຫວຽດ​ນາມ ຕ້ອງ​ການ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ຄ​ູ່​ຮ່ວມ​ມື​ພັດ​ທະ​ນາ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນຢ່າງ​ມີ​ປະ​ສິດ​ທິ​ຜົນ, ພິ​ເສດ​ແມ່ນ​ບົດ​ບາດ ແລະ ການ​ຮ່ວມ​ມື​ຂອງ​ EU”.

ຂ່າວ/ບົດ​ອື່ນ