ການກະທຳຕັ້ງຮ້ານເຈາະນ້ຳມັນຜິດກົດໝາຍຂອງຈີນສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງສັນຕິພາບໃນພາກພື້ນແລະໃນໂລກ

(vovworld) - ຕອນ​ບ່າຍ​ວັນ​ທີ 14/5, ຊາວ​ໜຸ່ມ, ນັກຮຽນ, ນັກ​ສຶກສາ​ບັນດາ​ມະຫາວິທະ​ຍາ​ໄລ, ວິທະຍາ​ໄລ, ອາ​ຊີວະ​ຊັ້ນ​ກາງ ​ໃນ​ບໍລິ​ເວນ​ແຂວງ ​ແທງ​ຮ໋ວາ ​ເກືອ​ບ 1000 ຄົນ​ໄດ້​ເຂົ້າ​ຮ່ວມ​ງານ​ໂຮມ​ຊຸມນຸມ​ມິດ​ຕິງ​ໂດຍ​ຄະນະ​ຊາວ​ໜຸ່ມ ກອ​ມມູນິດ ​ໂຮ່ຈີ​ມິນ ​ແຂວງ ​ແທງ​ຮ໋ວາ​ ​ໄດ້​ຈັດ​ຕັ້ງການ​ຄັດຄ້ານ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ - 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ.


ການກະທຳຕັ້ງຮ້ານເຈາະນ້ຳມັນຜິດກົດໝາຍຂອງຈີນສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງສັນຕິພາບໃນພາກພື້ນແລະໃນໂລກ - ảnh 1
ພາບປະກອບ

    ຕອນ​ບ່າຍ​ວັນ​ດຽວ​ກັນ, ສະມາຄົມ​ທະ​ນາຍຄວາມ​ນະຄອນ ຫາຍ​ຟ່ອງ ​ໄດ້​ຈັດພິທີໂຮມ​ຊຸມນຸມ​ມິດ​ຕິງ​ຄັດຄ້ານ ຈີນ ລ່ວງ​ລ້ຳ​ອະ​ທິປ​ະ​ໄຕ​ເຂດທະ​ເລ, ໝູ່​ເກາະ ຫວຽດນາມ.

    ​ໃນ​ຂະນະ​ນັ້ນ, ວັນ​ທີ 13/5, ​ຊາວ ຫວຽດນາມ ອາ​ໄສ​ຢູ່ Bulgaria ​ໄດ້​ລົງ​ຖະໜົນ​ຄັດຄ້ານ​ການ​ກະທຳ​ຂອງ ຈີນ. ສະມາຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ Bulgaria ​ແລະ ສະມາຄົມ​ມິດຕະພາບ Bulgaria - ຫວຽດນາມ ກໍ່​ໄດ້​ອອກ​ຖະ​ແຫຼ​ງການ​ດ້ວຍ​ເອກະສານ​ຄັດຄ້ານ​ການ​ກະທຳ​ຂອງ ຈີນ. ຢູ່​ແຂວງ Vladimir (ສະຫະພັນ ລັດ​ເຊຍ), ປະຊາ​ຄົມ​ຊາວ ຫວຽດນາມ ​ອາ​ໄສ​ຢູ່ Vladimir ກໍ່​ພ້ອມ​ກັນ​ລົງ​ລາຍເຊັນ​​ໃນ​ຈົດໝາຍ​ຂອງ​ສະມາຄົມ​ຊາວ ຫວຽດນາມ ຢູ່ Vladimir ​ໂດຍ​ຮຽກຮ້ອງ​ ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ອອກ​ຈາກ​ເຂດນ່ານ​ທະ​ເລ​ຂອງ ຫວຽດນາມ ​ແລະ ຢຸດຕິ​ບັນດາ​ການ​ກະທຳ​ເກາະ​ຜິດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເຄົາລົບ​ນັບຖື​ກກົດໝາຍ​ສາກົນ ​ແລະ ອະທິປະ​ໄຕ​ຂອງ​ ຫວຽດນາມ. ທ່ານ ຫງວຽນ​ວັນ​ຮ໋ຽວ, ປະທານ​ສະມາຄົມ​ຊາວ ຫວຽດນາມ ຢູ່​ແຂວງ Vladimir, ​ໃຫ້​ຮູ້​ວ່າ:

    “ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ນີ້​ຄັດຄ້ານ ຈີນ ​ເກາະ​ຜິດ​ສຳລັບ ຫວຽດນາມ ຢ່າງ​ຮຸນ​ແຮງ. ທຸກ​ຄົນ​ລ້ວນ​ແຕ່​ກ່າວ​ປະ​ນາມ ຈີນ​ ຢ່າງ​ຮຸ​ນ​ແຮງ ​ແລະ ສະ​​ແດງ​ຄວາມ​ຕັດ​ສິນ​ໃຈ​ປົກ​ປັກ​ຮັກສາ​ເອກະລາດ​ແຫ່ງ​ຊາດ”

ການກະທຳຕັ້ງຮ້ານເຈາະນ້ຳມັນຜິດກົດໝາຍຂອງຈີນສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງສັນຕິພາບໃນພາກພື້ນແລະໃນໂລກ - ảnh 2

ຮ້ານເຈາະນ້ຳມັນຂອງ ຈີນ

    ພ້ອມ​ກັບ​ປະຊາຊົນຢູ່​ພາຍ​ໃນ​ປະ​ເທດ, ຫາງ​ສຽງ​ສາກົນ​ສືບ​ຕໍ່​ກ່າວ​ປະນາມ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ, ຈັດ​ສັ່ງກຳ່​ປັນ​ຫຼາຍ​ລຳ​ໄປ​ຄຸ້ມ​ກັນ, ​ໃນ​ນັ້ນ​ມີ​ກຳ່ປັນປ້ອງ​ກັນ​ດ້ວຍ​ລູກ​ສອນ​ໄຟ, ​ເຮັດ​ໃຫ້​ສະພາບການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ວັນ​ທີ 14/5, ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ກະຕຸກ​ຊຸກຍູ້​​ໃຫ້ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນອອກ​ຜ່ານ​ການ​ໂອ້​ລົມ​ສົນທະນາ​ອີກ​ເທື່ອ​ໜຶ່ງ. ​ໃນ​ຂະນະ​ນັ້ນ, ທີ່​ການ​ພົບ​ປະ​ກັບ​ສື່​ມວນ​ຊົນ​ໃນ​ຕອນ​ບ່າຍ​ວັນ​ທີ 14/5, ຢູ່ ຮ່າ​ໂນ້ຍ, ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ ຫວຽດນາມ, ພົນ​ເຮືອ​ຕີ Pascal Ausseur, ຮອງ​ຫົວໜ້າ​ກົມຮັບຜິດຊອບ​ພາກ​ພື້ນ ອາຊີ - ປາຊີ​ຟິກ - ກົມພັດທະນາ​ສາກົນ, ກະຊວງ​ປ້ອງ​ກັນ​ປະ​ເທດ ຝຣັ່ງ ​ໃຫ້​ຮູ້​ວ່າ: ຝຣັ່ງ ​ແມ່ນ​ໜຶ່ງ​​ໃນ​ບັນດາ​ປະ​ເທດ​ນຳ​ໜ້າ​ໃນ​ການ​ຮຽບຮຽງ​ຖະ​ແຫຼ​ງການ​ຂອງ​ສະຫະພາບ ​ເອີ​ລົບ ​ເພື່ອ​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ກ່ຽວ​ກັບ​ການ​ກະທຳ​ຂອງ ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ກໍ່​ໃນ​ວັນ​ດຽວ​ກັນ, ຢູ່ ປາຣີ, ກະຊວງ​ການ​ຕ່າງປະ​ເທດ ຝຣັ່ງ ຢືນຢັນວ່າ: ປາຣີ ມີ​ຄວາມ​ວິຕົກ​ວັງ​ວົນ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ໄລຍະ​ມໍ່​ໆ​ມາ​ນີ້ ​ແລະ ບັນດາ​ຄວາມ​ເຄັ່ງ​ຕຶງ​ພວມ​ເກີດ​ຂຶ້ນ​ຢູ່ທະ​ເລ​ຕາ​ເວັນ​ອອກ, ຮຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ສະ​ແດງ​ຄວາມ​ລະງັບ​ໃຈ​ຢູ່​ໃນ​ລະດັບ​ສູງ​ສຸດ ​ແລະ ​​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​​ໂດຍສັນຕິ​ວິທີ ​ແລ​ະ ຜ່ານການ​ໂອ້​ລົມ​ສົນທະນາ.

        ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ປະຈຳ ຝຣັ່ງ, ທ່າ​ນ​ ເລຂາທິການ​ໃຫຍ່​ສະມາຄົມ​ມິດຕະພາບ ຝຣັ່ງ - ຫວຽດນາມ Patrice Jorland ​ໃຫ້​ຮູ້​ວ່າ:

        “ພວ​ກຂ້າພະ​ເຈົ້າ​ມີ​ຄວາມ​ວິຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງ​ເຖິງ​ການ​ກະທຳ​ຂອງ ຈີນ ຍ້ອນ​ວ່າ​ສະຖານ​ທີ່​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ແມ່ນ​ນອນ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ ຫວຽດນາມ. ຈີນ ພວມ​ລະ​ເມີດ​ກົດໝາຍ​ສາກົນ ​ແລະ ອະທິປະ​ໄຕ​ຂອງ ຫວຽດນາມ ​ແລະ ດັ່ງ​ນັ້ນ​ພວກ​ຂ້າພະ​ເຈົ້າ​ກ່າວ​ປະນາມ​ບັນດາ​ການ​ກະທຳ​ຂອງ ຈີນ ຢ່າງ​ຮຸນ​ແຮງ”

        ສ່ວນ​ຖະ​ແຫຼ​ງການ​ຂອງ​ຄະນະ​ກຳມະການ​ສາມັກຄີ​ ອິນ​ເດຍ - ຫວຽດນາມ ​ເມື່ອ​ວັນ​ທີ 14/5, ຢືນຢັນ​ວ່າ: ​ແນະ​ນອນ​ວ່າການ​ກະທຳ​ຂອງ ຈີນສົ່ງ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ເຖິງ​ການ​ພົວພັນ ປະຊາຊົນ, ຄວາມ​ສາມັກຄີ ​ແລະ ມິດຕະພາບລະຫວ່າງ ຫວຽດນາມ - ຈີນ, ບັນດາ​ຂະ​ບວນການ​ສັນຕິພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

        ​ໃນ​ໜັງສືພິມ​ຂອງ​ປະ​ເທດ​ຕ່າງໆ​ຄື: ອີ​ຕາ​ລີ, ​ແບນ​ຊິກ ກໍ່​ມີ​ຂ່າວ ​ແລະ ບົດ ຖື​ວ່າ: ການ​ກະທຳ​ຂອງ ຈີນ ​ແມ່ນ​ຜິດ​ກົດໝາຍ ​ແລະ ບໍ່​ໄດ້​ຮັບ​ການ​ສະໜັບສະໜູ​ນຂອງ​ສາກົນ.

ຂ່າວ/ບົດ​ອື່ນ