ການ​ກະ​ທຳ​ໃໝ່​ຂອງ​ບັນ​ດາ​ປະ​ເທດ​ກ່ຽວ​ກັບ​ເລື່ອງ ຕວັກ​ກີ​ບຸກ​ໂຈມ​ຕີ ຊາວ Kurd ຢູ່ ຊິ​ຣີ

(VOVWORLD) -ຫຼາຍປະເທດໃນໂລກສືບຕໍ່ສະແດງຄວາມວິຕົກກັງວົນກ່ຽວກັບບັ້ນຮົບຂອງ ຕວັກກີ ບຸກໂຈມຕີກຳລັງຊາວ Kurd ຢູ່ ພາກຕາເວັນອອກສ່ຽງເໜືອ ຊີຣີ.
ການ​ກະ​ທຳ​ໃໝ່​ຂອງ​ບັນ​ດາ​ປະ​ເທດ​ກ່ຽວ​ກັບ​ເລື່ອງ ຕວັກ​ກີ​ບຸກ​ໂຈມ​ຕີ ຊາວ Kurd ຢູ່ ຊິ​ຣີ - ảnh 1ປະຊາຊົນ ຊີຣີ ອົບພະຍົບລີ້ໄພ ຫຼັງຈາກກອງທັບຕວັກກີ ບຸກໂຈມຕີ ເທດສະບານ Ras al-Ain,ແຂວງ Hasakeh ປະເທດຊີຣີ (ພາບ: AFP/TTXVN)

ວັນທີ 15 ຕຸລາ, ທ່ານ Alexander Lavrentiev ທູດພິເສດຂອງປະທານາທິບໍດີ ລັດເຊຍ ຮັບຜິດຊອບ ຊີຣີ ໄດ້ຖະແຫຼງວ່າ ບັ້ນຮົບການທະຫານຂອງ ຕວັກກີເລັ່ງໃສ່ເຂົ້າກຳລັງຊາວ Kurd ຢູ່ ພາກຕາເວັນອອກສ່ຽງເໜືອ ຊີຣີ ແມ່ນ ບໍ່ອາດຮັບຮູ້ໄດ້. ທ່ານ Alexander Lavrentiev ເນັ້ນໜັກວ່າ ຄວາມໝັ້ນຄົງເຂດຊາຍແດນລະຫວ່າງ ຕວັກກີ - ຊີຣີ ຕ້ອງຢູ່ໃຕ້ຄວາມຮັບຜິດຊອບຈາກກອງທັບລັດຖະບານ ຊີຣີ. ທູດພິເສດຄົນດັ່ງກ່າວ ຫວັງວ່າ ບັ້ນຮົບ ຂອງ ຕວັກກີຢູ່ ຊີຣີ ຈະບໍ່ສ້າງຜົນສະທ້ອນເຖິງວັນເວລາດຳເນີນກອງປະຊຸມຄັ້ງທຳອິດຂອງ ຄະນະກຳມະການ ລັດຖະທຳມະນູນ ຊີຣີ, ຄາດວ່າໃນວັນທີ 29 ຕຸລາຈະມາເຖິງ.

        ໃນຂະນະນັ້ນ, ທ່ານ Marise payne ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ໄດ້ກ່າວເຕື່ອນ ບັ້ນຮົບ ຂອງ ຕວັກກີ ຢູ່ພາກເໜືອຊີຣີອາດຈະຟື້ນຟູ ອົງການກໍ່ການຮ້າຍ “ລັດອິດສະລາມ” (IS) ຢູ່ໃນພາກພື້ນ. ໃນວັນທີ 15 ຕຸລາ, ທ່ານ Dominic Raab ລັດຖະມົນຕີການຕ່າງປະເທດ ອັງກິດ ໃຫ້ຮູ້ວ່າ ປະເທດນີ້ຈະຢຸດຕິການອອກໃບອະນຸຍາດສົ່ງອອກອາວຸດໃໝ່ໃຫ້ແກ່ ຕວັກກີ.

        ວັນທີ 15 ຕຸລາ, ສື່ມວນຊົນຕວັກກີ ໃຫ້ຮູ້ວ່າ ທ່ານ Recep Tayyip Erdogan ປະທານາທິບໍດີ ຕວັກກີ ໄດ້ປະຕິເສດຂໍ້ສະເໜີຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ກ່ຽວກັບເລື່ອງປະເທດນີ້ຈະເປັນປະເທດໄກ່ເກ່ຍໃຫ້ແກ່ຂໍ້ຕົກລົງຢຸດຍິງຢູ່ ພາກເໜືອ ຊີຣີ, ພ້ອມທັງຢັ້ງຢືນວ່າ ຕວັກກີບໍ່ໄດ້ກັງວົນກ່ຽວກັບບັນດາຄຳສັ່ງລົງໂທດຂອງ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ