ການຂັດແຍ້ງດ້ານການເດີນທະເລຢູ່ອາຊີ-ປາຊີຟິກຄວນໄດ້ຮັບການແກ້ໄຂຜ່ານການເຈລະຈາໂດຍໄວ

ການຂັດແຍ້ງດ້ານການເດີນທະເລຢູ່ອາຊີ-ປາຊີຟິກຄວນໄດ້ຮັບການແກ້ໄຂຜ່ານການເຈລະຈາໂດຍໄວ - ảnh 1
(ພາບປະກອບ)

(vovworld) –​​​ ​ ​​ໃນ​ລະຫວ່າງ​ວັນ​ທີ 09 – 10/11 ຜ່ານ​ມາ, ຢູ່ New Delhi,ປະ​ເທດ ອິນ​ເດຍ, ກະຊວງ​ການ​ຕ່າງປະ​ເທດຂອງ ປະ​ເທດ​ນີ້ ຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ​ປິດ​ລັບ ກ່ອນ​ດຳ​ເນີນກອງ​ປະຊຸມ​ຂັ້ນ​ສູງ ອາຊີ​ຕາ​ເວັນ​ອອກ (EAS) ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 21 – 22/11 ຢູ່ ມາ​ເລ​ເຊຍ. ກອງ​ປະຊຸມ ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ພ້ອມ​ກັບ ອາ​ເມ​ລິ​ກາ, ອົດສຕາ​ລີ, ນິວຊີ​ແລນ ​ແລະ ສ.​ເກົາຫຼີ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Anil Wadha ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອິນ​ເດຍ ຮັບຜິດຊອບຂົງ​ເຂດ​ຝ່າຍຕາ​ເວັນ​ອອກ ຖື​ວ່າ: ບັນດາ​ປະ​ເທດ​ຄວນ​ແກ້​ໄຂ​ການ​ຂັດ​ແຍ້​ງດ້ານ​ການ​ເດີນ​ທະ​ເລ​ທີ່​ຍັງ​ຄົງ​ຄ້າງ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ ຢ່າງ​ວ່າງ​ໄວ ໂດຍ​ຜ່ານ​ການ​ເຈລະຈາ​ ​ແລະ ອີງ​​ບົນ​ພື້ນ​ຖານ​ບັນດາ​ຫລັກ​ການ​ໄດ້​ຮັບ​ການ​ ​ຮັບ​ຮູ້​ຈາກ​ກົດໝາຍ​ສາກົນ. ທ່ານ​ຢືນຢັນ​ວ່າ: ອິນ​ເດຍ ຄັດຄ້ານ ການນຳ​​ໃຊ້​ກຳລັງ​ຂອງ​ກອງທັບ ຫລື ນາບຂູ່​ນຳ​ໃຊ້​ກຳລັງ​ອາວຸດ ບໍ່​ວ່າ​ປະການ​ໃດ ​ເພື່ອ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ດ້ານ​ການ​ເດີນ​ທະ​ເລ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັກສາເສລີພາບ​ໃນ​ການ​ເດີນທະ​ເລ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982…ທ່ານ Anil Wadha ຫວັງ​ວ່າ ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຈະ​ໄດ້​ຮັບ​ການລົງ​ນາມ​ໂດຍ​ໄວ​ ​​ໂດຍຜ່ານ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ.

ຂ່າວ/ບົດ​ອື່ນ