ການຄຸ້ມຄອງການປະທະກັນຢູ່ທະເລຕາເວັນອອກຈາກແງ່ມູມອາຊຽນ

ການຄຸ້ມຄອງການປະທະກັນຢູ່ທະເລຕາເວັນອອກຈາກແງ່ມູມອາຊຽນ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຈັດ​ຂຶ້ນ
​ຢູ່ ຈາ​ກາ​ຕາ
ພາບ:vtv

(vovworld)-​ນີ້​ແມ່ນ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ໂດຍ​ສູນ​ຄົ້ນ​ຄ້​ວາ​ອາ​ຊີ​ຕາ​ເວັນ​ອອ​ກ​ສ່ຽງ​ໃຕ້​ຈັດ​ຂຶ້ນ​ໃນ​ວັນ​ທີ 26/6 ຢູ່ ຈາ​ກາ​ຕາ ປະ​ເທດ ອິນ​ໂດ​ເນ​ເຊຍ. ຈຸດ​ໝາຍ​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ ແມ່ນ​ເພື່ອ​ແນ​ໃສ່​ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພັດ​ທະ​ນາ ແລະ ບັນ​ດາ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ຈາກ​ທັດ​ສະ​ນະ​ຂອງ​ອາ​ຊຽນ ພ້ອມ​ທັງ ສົ່ງ​ເສີມ​ທຸກ​ຝ່າຍ​ກ່ຽວ​ຂ້ອງ​ຍົກ​ອອກ​ຂໍ້​ລິ​ເລີ່ມ​ແກ້​ໄຂ​ບັນ​ດາ​ການ​ປະ​ທະ​ກັນ​ໃນ​ພາກ​ພື້ນ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອິນ​ໂດ​ເນ​ເຊຍ Retno Marsudi ຢືນ​ຢັນ​ຄວາມ​ຈຳ​ເປັນ​ຂອງ​ການ​ຄົ້ນ​ຄ້​ວາ ແລະ ການ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ລັດ​ຖະ​ມົນ​ຕີ Marsudi ຖື​ວ່າ ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ພຽງ​ແຕ່​ສາ​ມາດ​ແກ້​ໄຂ​ໄດ້​ໂດຍ​ອີງ​ໃສ່​ຄວາມ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ ແລະ ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ກໍ​ຄື​ກາ​ລະ​ໂອ​ກາດ​ວາງ​ອອກ​ປະ​ຈຸ​ບັນ ດ້ວຍ​ການ​ເປັນ​ເຈົ້າ​ການ, ມາ​ນະ​ພະ​ຍາ​ຍາມ​ບົນ​ຈິດ​ໃຈ​ຮ່ວມ​ມື​ຂອງ​ທຸກ​ຝ່າຍ​ກ່ຽວ​ຂ້ອງ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມີງ ເນັ້ນ​ຫນັກ​ວ່າ: ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ ຈະ​ແມ່ນ​ພື້ນ​ຖານ​ໝັ້​ນ​ແກ່ນ​ໃຫ້​ປະ​ຊາ​ຄົມ​ອາ​ຊຽນ ພັດ​ທະ​ນາ ແລະ ຈະ​ເລີນ​ຮຸ່ງ​ເຮືອງ. ເລື່ອງ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຕາ​ເວ​ັ​ນ​ອອກຕ້ອງ​ອີງ​ໃສ່​ສັນ​ຕິ​ວິ​ທີ, ບໍ່​ນາບ​ຂູ່ຫລື​ນຳ​ໃຊ້​ອາ​ວຸດ, ສອດ​ຄ​ອ່ງ​ກັບ​ກົດ​ໝາຍ​ສາ​ກົນ. ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ປາດ​ຖະ​ຫນາ ອາ​ຊຽນ ແລະ ຈີນ ຈະ​ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ໄວ ແລະ ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ອະ​ທິ​ປະ​ໄຕ​ຢູ່​ເຂດ​ທະ​ເລນີ້​ໂດຍ​ອີງ​ໃສ່​ພື້ນ​ຖານ​ກົດ​ໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ