ການ​ຄ້າ ​ອາ​ຊຽນ-ຈີນ ເພີ່ມ​ຂຶ້ນ 11%/ປີ ໃນ 20 ປີ

(VOVWORLD) - ໃນ 8 ເດືອນຂອງປີ 2024, ການຄ້າລະຫວ່າງ ອາຊຽນ-ຈີນ ໄດ້ບັນລຸ 638 ຕື້ USD.
ການ​ຄ້າ ​ອາ​ຊຽນ-ຈີນ ເພີ່ມ​ຂຶ້ນ 11%/ປີ ໃນ 20 ປີ - ảnh 1(ພາບ: VOV)

     ວັນທີ 20 ກັນຍາ, ກົມໃຫ່ຍພາສີອາກອນ ຈີນ ໃຫ້ຮູ້ວ່າ ການຄ້າສອງຝ່າຍລະຫວ່າງ ຈີນ ແລະ ອາຊຽນ ໄດ້ເຕີບໂຕຢ່າງໄວວາໃນ 20 ປີຜ່ານມາ, ດ້ວຍລະດັບການເພີ່ມຂຶ້ນສະເລ່ຍ 11% ໃນແຕ່ລະປີ ນັບແຕ່ປີ 2004 ມາຮອດປີ 2023. ຄຽງຄູ່ກັນນັ້ນ, ຕາມຂໍ້ມູນຂອງກົມໃຫ່ຍພາສີອາກອນ ຈີນ, ອັດຕາສ່ວນຂອງ ອາຊຽນ ໃນຍອດວົງເງິນການຄ້າຕ່າງປະເທດຂອງ ຈີນ ໄດ້ເພີ່ມຂຶ້ນແຕ່ 9,2% ຂອງປີ 2004 ຂຶ້ນເປັນ 15,4% ໃນປີ 2023.

  ໃນ 8 ເດືອນຂອງປີ 2024, ການຄ້າລະຫວ່າງ ອາຊຽນ-ຈີນ ໄດ້ບັນລຸ 638 ຕື້ USD ເປັນຂິດໝາຍລະດັບເພິ່ມຂຶ້ນ 10% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ./.

ຕອບກັບ

ຂ່າວ/ບົດ​ອື່ນ