ການຄ້າທົ່ວໂລກຖືກຊຸດໂຊມລົງຍ້ອນສະພາບການຢູ່ທະເລແດງ

(VOVWORLD) - ປະລິມານສິນຄ້າສົ່ງອອກຈາກສະຫະພາບເອີລົບ (ອີຢູ) ແລະ ປະລິມານສິນຄ້ານຳເຂົ້າ ອີຢູ ໄດ້ຫຼຸດລົງແມ່ນ 2% ແລະ 3,1% ຕາມລຳດັບ.
ການຄ້າທົ່ວໂລກຖືກຊຸດໂຊມລົງຍ້ອນສະພາບການຢູ່ທະເລແດງ - ảnh 1(ພາບປະກອບ: AFP/TTXVN)

        ການເຄື່ອນໄຫວດ້ານການຄ້າໃນທົ່ວໂລກແຕ່ເດືອນ ພະຈິກ - ທັນວາ 2023 ໄດ້ຫຼຸດລົງ 1,3%, ໃນສະພາບການທີ່ກຳລັງ Houthi ຢູ່ ເຢແມນ ບຸກໂຈມຕີກຳປັ່ນການຄ້າທີ່ໄປຜ່ານທະເລແດງ, ເຮັດໃຫ້ປະລິມານສິນຄ້າທີ່ຂົນສົ່ງຜ່ານເສັ້ນທາງທະເລສຳຄັນເຊື່ອມຕໍ່ ເອີລົບ ແລະ ອາຊີ ຫຼຸດລົງຢ່າງແຮງ. ນີ້ແມ່ນຕົວເລກໂດຍສະຖາບັນເສດຖະກິດ Kiel (IfW Kiel) ຂອງ ເຢຍລະມັນ ປະກາດໃນວັນທີ 11 ມັງກອນ.

        ຕາມຕົວເລກຂອງສະຖາບັນດັ່ງກ່າວແລ້ວ, ໃນເດືອນ ທັນວາ 2023 ຊີ້ໃຫ້ເຫັນວ່າ, ປະລິມານສິນຄ້າສົ່ງອອກຈາກສະຫະພາບເອີລົບ (ອີຢູ) ແລະ ປະລິມານສິນຄ້ານຳເຂົ້າ ອີຢູ ໄດ້ຫຼຸດລົງແມ່ນ 2% ແລະ 3,1% ຕາມລຳດັບ. ສຳລັບ ອາເມລິກາ, ປະລິມານສົ່ງອອກສິນຄ້າກໍ່ຫຼຸດລົງ 1,5%. ສະຖາບັນເສດຖະກິດ Kiel ໃຫ້ຂໍ້ສັງເກດວ່າ, ການເຄື່ອນໄຫວສົ່ງອອກ - ນຳເຂົ້າຂອງ ຈີນ ໃນຊຸມເດືອນຈະມາເຖິງ ອາດຈະຫຼຸດລົງຍ້ອນຜົນສະທ້ອນຈາກບັນຫາຄວາມສະງົບຢູ່ທະເລແດງ.

        ເພື່ອຫຼຸດຜ່ອນຄວາມສ່ຽງດ້ານຄວາມສະງົບ, ມີຫຼາຍບໍລິສັດຂົນສົ່ງໃຫຍ່, ລວມມີ: Maersk ແລະ Hapag- Lloyd, ໄດ້ຕົກລົງໃຫ້ບັນດາກຳປັ່ນຂອງບໍລິສັດຢຸດການເດີນທາງຜ່ານທະເລແດງ ແລະ ປ່ຽນໄປຕາມເສັ້ນທາງທີ່ໄກກວ່າໂດຍຜ່ານເຂດທະເລຂອງ ອາຟະລິກາໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ