ການ​ຄ້າ​ສອງ​ຝ່າຍ ຫວຽດ​ນາມ - ສິງ​ກະ​ໂປ ເພີ່ມ​ຂຶ້​ນ​ຢ່າງ​ແຮງ​ໃນ​ເດືອນ ກໍ​ລະ​ກົດ

(VOVWORLD) - ວົງເງິນການຄ້າສອງສົ້ນ ລະຫວ່າງ ຫວຽດນາມ ແລະ ສິງກະໂປ ໃນເດືອນ ກໍລະກົດ ສືບຕໍ່ເຕີບໂຕເປັນຢ່າງດີທີ່ສຸດ, ພິເສດແມ່ນວົງເງິນສົ່ງອອກໄປຍັງ ສິງກະໂປ ເພີ່ມຂຶ້ນກວ່າ 36%. 
ການ​ຄ້າ​ສອງ​ຝ່າຍ ຫວຽດ​ນາມ - ສິງ​ກະ​ໂປ ເພີ່ມ​ຂຶ້​ນ​ຢ່າງ​ແຮງ​ໃນ​ເດືອນ ກໍ​ລະ​ກົດ - ảnh 1(ພາບປະກອບ: TTXVN)

ວັນທີ 21 ສິງຫາ, ຫ້ອງການການຄ້າ ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໃຫ້ຮູ້ວ່າ ວົງເງິນການຄ້າສອງສົ້ນ ລະຫວ່າງ ຫວຽດນາມ ແລະ ສິງກະໂປ ໃນເດືອນ ກໍລະກົດ ສືບຕໍ່ເຕີບໂຕເປັນຢ່າງດີທີ່ສຸດ, ພິເສດແມ່ນວົງເງິນສົ່ງອອກໄປຍັງ ສິງກະໂປ ເພີ່ມຂຶ້ນກວ່າ 36%. ຕາມນັ້ນແລ້ວ, ຍອດວົງເງິນສົ່ງອອກລະຫວ່າງ 2 ປະເທດ ບັນລຸກວ່າ 3,1 ຕື້ SGD, ເພີ່ມຂຶ້ນເກືອບ 21%  ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ໃນນັ້ນ ການສົ່ງອອກຈາກ ຫວຽດນາມ ໄປຍັງ ສິງກະໂປ ເພີ່ມຂຶ້ນກວ່າ 36%, ບັນລຸເກືອບ 764 ລ້ານ SGD.

ກ່ຽວກັບໝວດສິນຄ້າສົ່ງອອກຈາກ ຫວຽດນາມ ໄປຍັງ ສິງກະໂປ, ໃນເດືອນ ກໍລະກົດ, ທັງ 3 ໝວດສິນຄ້າສົ່ງອອກຫຼັກແຫຼ່ງຂອງ ຫວຽດນາມ ໄປຍັງ ສິງກະໂປ ສືບຕໍ່ເພີ່ມຂຶ້ນຢ່າງແຮງ, ລະອຽດແມ່ນ: ໝວດເຄື່ອງຈັກ, ອຸປະກອນ, ໂທລະສັບມືຖື, ສິ້ນສ່ວນ ແລະ ອາໄຫຼ່ປະເພດຕ່າງໆ (ເພີ່ມຂຶ້ນເກືອບ 23%); ເຕົາປະຕິກິລິຍາ, ເຕົາອົບອາຍ, ເຄື່ອງຈັກອຸປະກອນ ແລະ ເຄື່ອງອາໄຫຼ່ຂອງເຄື່ອງຈັກດັ່ງກ່າວ (ເພິ່ມຂຶ້ນ 68%); ແກ້ວ ແລະ ບັນດາຜະລິດຕະກັນຈາກແກ້ວ (ເພີ່ມຂຶ້ນ 94,6%).


ຕອບກັບ

ຂ່າວ/ບົດ​ອື່ນ