ການຄ້າຫວຽດນາມ-ອາເມລິກາກ່ອນທີ່ຈະດຳເນີນສັນຍາ TPP: ແງ່ຫວັງ ແລະ ສິ່ງທ້າທາຍ

ການຄ້າຫວຽດນາມ-ອາເມລິກາກ່ອນທີ່ຈະດຳເນີນສັນຍາ TPP: ແງ່ຫວັງ ແລະ ສິ່ງທ້າທາຍ - ảnh 1
ພາບປະກອບ

(vovworld) - ການ​ຄ້າ​ຫວຽດນາມ-​ອາ​ເມ​ລິ​ກາ​ກ່ອນ​ທີ່​ຈະ​ດຳ​ເນີນ​ສັນຍາ TPP: ​ແງ່​ຫວັງ ​ແລະ ສິ່ງ​ທ້າ​ທາຍ. ນີ້​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່ໄດ້​ດຳ​ເນີນ​​ໄປໃນ​ຕອນ​ເຊົ້າ​ວັນ​ທີ 25/11 ຢູ່​ນະຄອນ​ໂຮ່ຈິ​ມິນ, ​ເຊິ່ງ​ຖືກຈັດ​ຂຶ້ນ​ເພື່ອ​ໃຫ້ບັນດາ​ວິ​ສາ​ຫະກິດ​ຫວຽດນາມອັບ​ເດດສະພາບ​ການ ​ແລະ ​ແງ່​ຫວັງ​ແຫ່ງ​ການຮ່ວມ​ມື​ດ້ານການ​ຄ້າ ລະຫວ່າງຫວຽດນາມ-​ອາ​ເມ​ລິ​ກາ ພ້ອມ​ກັບ​ບາງ​ບັນ​ຫາ​ທີ່​​ວາງ​ອອກ ​ເມື່ອສົ່ງ​ອອກ, ນຳ​ເຂົ້າ​​ສິນຄ້າ​​ກັບຕະຫຼາດ​​ປະ​ເທດ​ນີ້.

              ບັນດາ​ນັກ​ປາຖະກະຖາ​ ຖື​ວ່າ: ​ເຖິງ​ວ່າ​ລະດັບ​ເຕີບ​ໂຕ​​ໃນ​ການສົ່ງ​ອອກ​ຂອງ​ຫວຽດນາມ​ ​ໄປ​ຍັງ​ອາ​ເມ​ລິ​ກາ ​ເພີ່ມ​ຂຶ້ນ​ຢ່າງໄວກໍ່ຕາມ ​ແຕ່​ຖ້າ​ມູນ​ຄ່າ ​ແລະ ຜົນ​ສະທ້ອນ​ຍັງ​ຢູ່​ໃນ​ລະດັບ​ຕຳ່​. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເມື່ອ​ສັນຍາ TPP ​ໄດ້​ຮັບ​ການ​ລົງ​ນາມ ຈະ​ແມ່ນ​ກາລະ​ໂອກາດ​​ໃຫຍ່​ຫຼວງ​ທີ​່ສຸດ​ໃຫ້​ສິນຄ້າ​ຫວຽດນາມ ສົ່ງ​ ​ໄປ​ຍັງອາ​ເມ​ລິ​ກາ. ຕາມ​ທ່ານ Patrick Twall ​, ທູດ​ການ​ຄ້າ​ ກົງ​ສູນໃຫຍ່ອາ​ເມ​ລິ​ກາ ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ແລ້ວ, ​ເພື່ອ​ນຳ​ໃຊ້​ ກາລະ​ໂອກາດນີ້, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ ຄວນຫັນ​ປ່ຽນ​​ໂຄງ​ປະກອບ​ບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ຄື: ​ເພີ່ມ​ບັນດາ​ຜະລິດ​ຕະພັນ​ມີ​ປະລິ​ມາດ​ມູນ​ຄ່າ​ເພີ່ມ​ຂຶ້ນ, ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ…ພ້ອມ​ກັນ​ນັ້ນ, ວິ​ສາ​ຫະກິດ​ຫວຽດນາມ ກໍ່​ຕ້ອງ​ຮັບປະກັນ​ເວລາ​ສົ່ງ​ສິນຄ້າ, ບັນດາ​​ເອກະສານ​ຢັ້ງຢືນ​ທີ່​ກ່ຽວຂ້ອງ​ເຖິງ​ຄຸນ​ນະພາ​ບ, ຕົ້ນ​ກຳ​ເນີ​ດຂອງ​ຜະລິດ​ຕະພັນ, ວິທີ​ຊຳລະ ​ແລະ ມອບ​ຮັບ​ສິນຄ້າ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ບັນດາຜູ້​ນຳ​ເຂົ້ົາ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ