ການ​ຄ້າ​ອັງ​ກິດ-ຍີ່​ປຸຸ່ນ ຫຼຸດ​ລົງ

(VOVWORLD) -ວົງເງິນການຄ້າລະຫວ່າງ ອັງກິດ-ຍີ່ປຸ່ນ, ປະເທດມະຫາອຳນາດດ້ານເສດຖະກິດ ລຳດັບ 3 ຂອງໂລກ, ສືບຕໍ່ຫຼຸດລົງ ນັບແຕ່ປີ 2019, ໂດຍບໍ່ຫົວຊາຕໍ່ເລື່ອງ 2 ປະເທດລົງນາມສັນຍາການຄ້າເສລີໃໝ່ ໃນເດືອນຕຸລາ 2020 - ຂໍ້ຕົກລົງການຄ້າເສລີ ສະບັບທຳອິດຂອງອັງກິດ ພາຍຫຼັງ Brexit.

ບັນດາຕົວເລກໂດຍອົງການການຄ້າອັງກິດ ປະກາດໃນວັນທີ 26 ພະຈິກ ໃຫ້ເຫັນວ່າ ວົງເງິນການຄ້າລະຫວ່າງ ອັງກິດ-ຍີ່ປຸ່ນ, ປະເທດມະຫາອຳນາດດ້ານເສດຖະກິດ ລຳດັບ 3 ຂອງໂລກ, ສືບຕໍ່ຫຼຸດລົງ ນັບແຕ່ປີ 2019, ໂດຍບໍ່ຫົວຊາຕໍ່ເລື່ອງ 2 ປະເທດລົງນາມສັນຍາການຄ້າເສລີໃໝ່ ໃນເດືອນຕຸລາ 2020 - ຂໍ້ຕົກລົງການຄ້າເສລີ ສະບັບທຳອິດຂອງອັງກິດ ພາຍຫຼັງ Brexit.

        ການສົ່ງອອກຂອງອັງກິດ ໄປຍັງ ຍີ່ປຸ່ນ ໃນໄລຍະ 1 ປີ ໄລ່ເຖິງ ເດືອນມິຖຸນາ 2022 ບັນລຸໄດ້ 11,9 ຕື້ປອນ ອັງກິດ. ນີ້ແມ່ນຕົວເລກຕ່ຳກວ່າວົງເງິນສົ່ງອອກ 12,3 ຕື້ ປອນ ທີ່ອັງກິດໄດ້ສົ່ງໄປຍີ່ປຸ່ນ ປີ 2019, ຈຸດເວລາກ່ອນທີ່ສອງປະເທດລົງນາມສັນຍາການຄ້າເສລີໃໝ່ ໃນເດືອນ ຕຸລາ 2020, ສັນຍາການຄ້າເສລີສະບັບທຳອິດທີ່ປະເທດອັງກິດ ລົງນາມພາຍຫຼັງ Brexit.

        ໃນຈຸດເວລາລົງນາມໃນສັນຍາການຄ້າເສລີໃໝ່ ກັບຍີ່ປຸ່ນ, ບັນດາເຈົ້າໜ້າທີ່ຂອງ ອຳນາດການປົກຄອງຂອງອັງກິດ ໄດ້ຄິດໄລ່ວ່າສັນຍາໃໝ່ ສາມາດນຳມາສູ່ພື້ນຖານເສດຖະກິດ ອັງກິດ 15 ຕື້ປອນ ຕໍ່ປີ ເຖິງແນວໃດກໍ່ຕາມ, ການຄາດຄະເນນີ້ ປະຈຸບັນໄດ້ເຫັນວ່າແມ່ນບໍ່ສາມາດເປັນໄປໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ