ການ​ຄ້າ​ເອ​ເລັກ​ໂຕ​ນິກ - ເພີ່ມ​ທະ​ວີ​ການ​ມີ​ໜ້າ​ຂອງ​ສິນ​ຄ້າ ຫວຽດ​ນາມ​ໃນ​ທົ່ວ​ໂລກ

(VOVWORLD) - ຕາມບົດລາຍງານຂອງສະມາຄົມການຄ້າເອເລັກໂຕນິກ, ການຄ້າເອເລັກໂຕນິກ ຫວຽດນາມ ສືບຕໍ່ຮັບການການພັດທະນາຢ່າງແຮງດ້ວຍກາ
ການ​ຄ້າ​ເອ​ເລັກ​ໂຕ​ນິກ - ເພີ່ມ​ທະ​ວີ​ການ​ມີ​ໜ້າ​ຂອງ​ສິນ​ຄ້າ ຫວຽດ​ນາມ​ໃນ​ທົ່ວ​ໂລກ - ảnh 1ການໂອ້ລົມສົນທະນາ (ພາບ: VOV)

ການພັດທະນາບັນດາ ຕະຫຼາດການຄ້າເອເລັກໂຕນິກ ພວມສ້າງໂອກາດໃຫ້ແກ່ສິນຄ້າ ຫວຽດນາມ ມີໜ້າໃນທົ່ວໂລກ. ນີ້ແມ່ນຂໍ້ສັງເກດໂດຍຫຼາຍຄົນຍົກອອກມາຢູ່ການໂອ້ລົມສົນທະນາ “ການຄ້າເອເລັກໂຕນິກ - ກາລະໂອກາດ, ກຳລັງໜູນ ແລະ ສິ່ງທ້າທາຍ”, ໂດຍປະຕູຖານຂໍ້ມູນ ລັດຖະບານຈັດຂຶ້ນໃນຕອນເຊົ້າວັນທີ 14 ສິງຫາ ຢູ່ຮ່າໂນ້ຍ.

ຕາມບົດລາຍງານຂອງສະມາຄົມການຄ້າເອເລັກໂຕນິກ, ການຄ້າເອເລັກໂຕນິກ ຫວຽດນາມ ສືບຕໍ່ຮັບການການພັດທະນາຢ່າງແຮງດ້ວຍການຄາດຄະເນຄວາມໄວໃນການເຕີບໂຕຂອງຂົງເຂດນີ້ໃນປີ 2023 ແມ່ນສູງກ່ວາ 25%, ລາຍຮັບບັນລຸ 25 ຕື້USD. ທ່ານ ເຈິ່ນມິງຕວັນ, ຫົວໜ້າກົມເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ໃຫ້ຮູ້ວ່າ ໄລໝົດປີ 2023, ຂົງເຂດການຄ້າເອເລັກໂຕນິກ ໄດ້ປະກອບສວ່ນປະມານ 15% - 17% ໃນຍອດມູນຄ່າຂອງພື້ນຖານເສດຖະກິດດີຈີຕອນແຫ່ງຊາດ ແລະ ການຄ້າເອລັກໂຕນິກ ພວມກາຍເປັນທ່າອ່ຽງໃຫຍ່. ທ່ານໃຫ້ຮູ້ວ່າ:

ພື້ນທີ່ສຳລັບການພັດທະນາການຄ້າເອເລັກໂຕນິກຢູ່ ຫວຽດນາມ ອາດຈະບັນລຸລະດັບປານກາງຂອງໂລກ ແມ່ນໃຫຍ່ຫຼວງທີ່ສຸດ. ກະຊວງຖະແຫຼງຂ່າວ ແລະ ການສື່ສານໄດ້ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າຢ່າງແໜ້ນແຟ້ນ, ເຊິ່ງສົມທົບໂດຍກົງແມ່ນ ກົມການຄ້າ ແລະ ເສດຖະກິດດີຈີຕອນ, ພ້ອມກັນຜັນຂະຫຍາຍລາຍການຊຸກຍູ້ບັນດາວິສາຫະກິດ, ທຸລະກິດຄອບຄົວ, ຮ້ານຂາຍເຄື່ອງ ໄດ້ຫັນເປັນດີຈີຕອນ, ນຳສິນຄ້າລົງຂາຍທາງອິນເຕີເນັດ.

ຕອບກັບ

ຂ່າວ/ບົດ​ອື່ນ